(ວິດີໂອ) ທ່ານ ອາເບະ ຜູ້ນຳຍີ່ປຸ່ນ ລົ້ມໃນຂະນະທີ່ອອກສະໜາມກັອບກັບ ທ່ານ ທຣຳ ກາຍເປັນກະແສໃນສື່ອອນລາຍ - ອິດສະຫຼະ

(ວິດີໂອ) ທ່ານ ອາເບະ ຜູ້ນຳຍີ່ປຸ່ນ ລົ້ມໃນຂະນະທີ່ອອກສະໜາມກັອບກັບ ທ່ານ ທຣຳ ກາຍເປັນກະແສໃນສື່ອອນລາຍ



ທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີຍີ່ປຸ່ນ ອາຍຸ 63 ປີ ກາຍເປັນກະແສດັງໃນສື່ສັງຄົມອອນລາຍຍີ່ປຸ່ນ ແລະ ທົ່ວໂລກໃນທັນທີ ເມື່ອມີວິດີໂອທີ່ຖືກເຜີຍແຜ່ໃຫ້ເຫັນວ່າ ທ່ານ ອາເບະ ເສຍຫຼັກລົ້ມກະແທກ ແລະ ກິ້ງຕົກລົງໄປໃນຂຸມຊາຍ ລະຫວ່າງອອກສະໜາມກັອບການທູດ ກັບ ທ່ານ ໂດໂນ ທຣຳ ປະທານປະເທດ ສະຫະລັດ ອາເມຣິກາ ທີ່ຄາສຸມິງາເຊກິ ຄັນທຣີ ຄລັບ ໃນເມືອງຄາວາໂກເອະ ແຂວງໄຊຕາມະ ເຖິງແມ່ນວ່າເຫດການຈະເກີດຂຶ້ນເມື່ອວັນທີ 6 ພະຈິກ 2017 ທີ່ຜ່ານມາ ແຕ່ວິດີໂອນີ້ ຍັງຄົງຖືກເວົ້າເຖິງ ແລະ ເຜີຍແຜ່ອອກໄປຢ່າງຕໍ່ເນື່ອງ.

ພາຍຫຼັງເກີດເຫດ ເຈົ້າໜ້າທີ່ຮັກສາຄວາມປອດໄພໄດ້ແລ່ນເຂົ້າໄປຊ່ວຍທ່ານ ອາເບະ ທັນທີ ແຕ່ທ່ານກໍ່ສາມາດຢືນຂຶ້ນໄດ້ເອງ ແລະ ຈັບໝວກມາໃສ່ຕາມປົກກະຕິຄືກັບບໍ່ມີຫຍັງເກີດຂຶ້ນ ແລະ ບໍ່ໄດ້ຮັບບາດເຈັບໃດໆ.



No comments

Powered by Blogger.