ບໍລິສັດຫວຽດນາມ ໄດ້ສຳປະທານປູກຢາງພາລາ ທີ່ແຂວງສາລະວັນ ອາຍຸສຳປະທານ 30 ປີ - ອິດສະຫຼະ

ບໍລິສັດຫວຽດນາມ ໄດ້ສຳປະທານປູກຢາງພາລາ ທີ່ແຂວງສາລະວັນ ອາຍຸສຳປະທານ 30 ປີ



ສຳນັກຂ່າວສານປະເທດລາວລາຍງານ 29 ພະຈິກ 2017 ວ່າ: ພິທີເຊັນສັນຍາສຳປະທານໂຄງການປູກຢາງພາລາ ແລະ ສ້າງຕັ້ງໂຮງງານປຸງແຕ່ງຢາງພາລາ ຢູ່ເຂດເມືອງສະໝ້ວຍ ແຂວງສາລະວັນລະຫວ່າງລັດຖະບານແຫ່ງ ສປປ.ລາວ ກັບ ບໍລິສັດກາວຊູກວາງຈີ ຈຳກັດ ແຫ່ງ ສສ.ຫວຽດນາມ ໄດ້ຈັດຂຶ້ນໃນວັນພຸດນີ້ ທີ່ຈະຊວງແຜນການ ແລະ ການລົງທຶນ, ເຊິ່ງຕາງໜ້າລັດຖະບານລາວລົງນາມໂດຍທ່ານ ຄຳລຽນ ພົນເສນາ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ຫວານ ລູ ຜູ້ອຳນວຍການບໍລິສັດກາວຊູກວາງຈີ ຈຳກັດ.

ໂຄງການດັ່ງກ່າວ, ມີເນື້ອທີ່ດິນຈຳນວນ 500 ເຮັກຕາ, ຢູ່ເຂດເມືອງສະໝ່ວຍ ແຂວງສາລະວັນ, ມູນຄ່າການລົງທຶນໃນເບື້ອງຕົ້ນ 6.5 ລ້ານໂດລາສະຫະລັດ, ຫຼັງຈາກໂຄງການມີການຂະຫຍາຍຕົວຈະເພີ່ມມູນຄ່າການທຶນເປັນ 9.6 ລ້ານໂດລາສະຫະລັດ, ໂດຍມີອາຍຸສຳປະທານ 30 ປີ ສາມາດຕໍ່ໄດ້ຕາມການຕົກລົງເຫັນດີຂອງລັດຖະບານ, ສຳລັບການກໍ່ສ້າງແມ່ນໃຫ້ສຳເລັດພາຍໃນ 7 ປີ ນັບຕັ້ງແຕ່ມື້ປູກຢາງພາລາ. ສາມາດສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນຫຼາຍກວ່າ 500 ຄົນ ແລະ ແຮງງານຕ່າງປະເທດ 100 ກວ່າຄົນ. ນອກຈາກນັ້ນທາງບໍລິສັດ ຍັງຕ້ອງປະຕິບັດຕາມສັນຍາຟື້ນຟູສິ່ງແວດລ້ອມໃນພື້ນທີ່ໂຄງການ ແລະ ແຜ່ນຟື້ນຟູສິ່ງແວດລ້ອມ ເພື່ອພັດທະນາຕາມທິດສີຂຽວ.

ບໍລິສັດ ກາວຊູກວາງຈີ ຈຳກັດ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກັບລັດຖະບານລາວ ໃນວັນທີ 20 ທັນວາ 2011 ເພື່ອສຳຫຼວດ ແລະ ສຶກສາຄວາມເປັນໄປໄດ້ຂອງໂຄງການປູກຢາງພາລາ ແລະ ສ້າງຕັ້ງໂຮງງານປຸງແຕ່ງຢາງພາລາ ໃນເນື້ອທີ່ 947 ເຮັກຕາ ຢູ່ເຂດເມືອງສະໝ້ວຍ ແຂວງສາລະວັນ ພາຍຫຼັງສຳຫຼວດ ສາມາດຄັດໄດ້ເນື້ອທີ່ຈຳນວນ 500 ເຮັດຕາ ທີ່ສາມາດປູກຢາງພາລາໄດ້ ລັດຖະບານຈິ່ງເຫັນດີອະນຸມັດໃຫ້ເຊັນສັນຍາສຳປະທານໂຄງການດັ່ງກ່າວ, ປັດຈຸບັນໂຄງການໄດ້ຜ່ານການຮັບຮອງບົດວິພາກເສດຖະກິດ-ເຕັກນິກ ຈາກກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 1506/ກປມ, ລົງວັນທີ 19/06/2017 ແລະ ບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມຈາກກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ສະບັບເລກທີ 949/ພຊສສວ, ລົງວັນທີ 19/06/2017. ໂຄງການດັ່ງກ່າວແມ່ນເປັນໂຄງການທີ່ໄດ້ຮັບອະນຸຍາດກ່ອນມີຄຳສັ່ງ ຈາກນາຍົກລັດຖະມົນຕີ (ສະໄໝຂອງທ່ານ ທອງສິງ ທຳມະວົງ) ສະບັບເລກທີ 13/ນຍ, ລົງວັນທີ 1/06/2012 ກ່ຽວກັບການໂຈະການໃຫ້ສຳປະທານໂຄງການໄມ້ວິກ ແລະ ຢາງພາລາ.

No comments

Powered by Blogger.