ດື່ມ "ຢາພິດ" ຕໍ່ໜ້າສານ ປະທ້ວງຄຳຕັດສິນຄະດີ ຂ້າລ້າງເຜົ່າພັນ ສົງຄາມບອສເນຍ (ວິດີໂອ) - ອິດສະຫຼະ

ດື່ມ "ຢາພິດ" ຕໍ່ໜ້າສານ ປະທ້ວງຄຳຕັດສິນຄະດີ ຂ້າລ້າງເຜົ່າພັນ ສົງຄາມບອສເນຍ (ວິດີໂອ)



ສຳນັກຂ່າວຕ່າງປະເທດລາຍງານ 30 ພະຈິກ 2017 ວ່າ: ໄອຍະການພິເສດຂອງສະຫະປະຊາຊາດຂໍໃຫ້ລັດຖະບານກຣົວຊີ (Croatia) ຍອມຮັບຄຳຕັດສິນຂອງຜູ້ພິພາກສາ ທີ່ມີຕໍ່ພົນເອກ ສະໂລໂບດັນ ປຣາລຈາກ (Slobodan Praljak) ໃນຄະດີສົງຄາມບອສເນຍ ພາຍຫຼັງທີ່ຈຳເລີຍໄດ້ປະທ້ວງຄຳພິພາກສາດ້ວຍການດື່ມ "ຢາພິດ" ຂ້າຕົວຕາຍ ແລະ ນາຍົກລັດຖະມົນຕີຂອງກຣົວຊີໄດ້ກ່າວຕຳໜິວ່າ "ບໍ່ມີຄວາມຍຸດຕິທຳ".

ທ່ານ ເພນໂຄວິສ ນາຍົກລັດຖະມົນຕີຂອງກຣົວຊີ

ທ່ານ ເພນໂຄວິສ ນາຍົກລັດຖະມົນຕີຂອງກຣົວຊີກ່າວເມື່ອວັນພຸດທີ່ຜ່ານມາ ພາຍຫຼັງທີ່ພົນເອກ ສະໂລໂບດັນ ປຣາລຈາກ ດື່ມຢາພິດຕໍ່ໜ້າຄະນະຜູ້ພິພາກສາສານອາຍາລະຫວ່າງປະເທດເພື່ອອະດີດຢູໂກສລາເວຍ (International Criminal Tribunal for the former Yugoslavia ຫຼື ICTY) ທີ່ນະຄອນຫຼວງເຮັກ ປະເທດໂຮນລັງ, ພາຍຫຼັງຮັບຊາບຄຳພິພາກສາລົງໂທດໃຫ້ຕິດຄຸກ 20 ປີ ໃນຄະດີອາຊະຍາກຳ ຂ້າລ້າງເຜົ່າພັນ ແລະ ອາຊະຍາກຳຕໍ່ມະນຸດ ໃນສົງຄາມບອສເນຍ ແລະ ພົນເອກ ປຣາຈາກ ໄດ້ເສຍຊີວິດທີ່ໂຮງໝໍໃນເວລາຕໍ່ມາ ວ່າເປັນເຫດການທີ່ສ້າງຄວາມຕົກໃຈເປັນຢ່າງຍິ່ງ ແລະ ທ່ານຂໍສະແດງຄວາມເສຍໃຈເປັນຢ່າງສູງໄປຍັງຄອບຄົວຂອງພົນເອກ ປຣາລຈາກ.


ເຖິງຢ່າງໃດກໍ່ຕາມ, ທ່ານ ເພນໂຄວິສກ່າວອີກວ່າ ເຫດການທີ່ເກີດຂຶ້ນຍິ່ງເປັນການຕອກຢ້ຳເຖິງ "ຄວາມບໍ່ຍຸດຕິທຳທາງສິລະທຳ" ຂອງຂະບວນການພິຈາລະນາຄະດີ ທີ່ມີຕໍ່ພົນເອກ ປຣາລຈາກ ແລະ ຈຳເລີຍຮ່ວມໃນຄະດີດຽວກັນອີກ 5 ຄົນ ທີ່ສານພິພາກສາໃຫ້ລົງໂທດຕິດຄຸກແກ້ຜູ້ຕ້ອງຫາທັງໝົດຢູ່ທີ່ລະຫວ່າງ 10-25 ປີ.

ຂະນະທີ່ຕໍ່ມາຝ່າຍໄອຍະການຂອງ ICTY ໄດ້ອອກຖະແຫຼງການຮຽກຮ້ອງໃຫ້ໜ່ວຍງານລັດທີ່ກ່ຽວຂ້ອງໃນກຣົວຊີ ຍອມຮັບຄຳພິພາກສາຂອງສານ ທີ່ໄດ້ພິຈາລະນາຕາມຄວາມເປັນຈິງ ແລະ ບົນພື້ນຖານຂອງຄວາມປານີປານອມ ໂດຍບໍ່ມີການພາດພິງເຖິງບຸກຄົນໃດຢ່າງຊັດເຈນ ແລະ ບໍ່ມີການພາດພິງເຖິງເຫດການທີ່ເກີດຂຶ້ນກັບພົນເອກ ປຣາລຈາກ ດ້ານສຳນັກງານຕຳຫຼວດນະຄອນຫຼວງເຮັກປະກາດວ່າ ຈະສືບສວນການເສຍຊີວິດຂອງພົນເອກ ປຣາລຈາກ ເຊິ່ງຖືເປັນຄະດີອາຊະຍາກຳ ໂດຍສະເພາະໃນບັນຫາທີ່ວ່າ ຜູ້ຕ້ອງຫານຳຢາພິດເຂົ້າສູ່ຫ້ອງພິຈາລະນາຄະດີທີ່ມີມາດຕະການຮັກສາຄວາມປອດໄພຢ່າງແໜ້ນໜ້າ ແລະ ຮັດກຸມຂັ້ນສູງສຸດໄດ້ແນວໃດ.


ເຊິ່ງໃນທາງທິດສະດີຖືວ່າ ພົນເອກ ປຣາລຈາກ ອາຍຸ 72 ປີ ໃກ້ຈະໄດ້ຮັບອິດສະຫຼະພາບແລ້ວ ເນື່ອງຈາກຮັບໂທດຕິດຄຸກມາຕັ້ງແຕ່ເດືອນເມສາປີ 2004 ເຊິ່ງເກີນກວ່າ 2 ໃນ 3 ຂອງບົດລົງໂທດ ທີ່ລະບຸວ່າພົນເອກ ປຣາລຈາກ ມີຄວາມຜິດຈິງໃນທຸກຂໍ້ກ້າວຫາ ກ່ຽວຂ້ອງກັບສົງຄາມບອສເນຍ ເຊິ່ງມີຕົ້ນເຫດມາຈາກຄວາມຂັດແຍ້ງທາງເຊື້ອຊາດ ທີ່ເກີດຂຶ້ນໃນລະຫວ່າງປີ 1992-1995 ທີ່ຈົບລົງດ້ວຍການເສຍຊີວິດຂອງຄົນຫຼາຍກວ່າ 100,000 ຄົນ ແລະ ການລົ້ມສະຫຼາຍຂອງຢູໂກສລາເວຍ ແນ່ນອນວ່າການຕັດສິນໃຈຈົບຊີວິດຕົວເອງຂອງພົນເອກ ປຣາລຈາກ ໄດ້ສ້າງຄວາມຕົກໃຈເປັນຢ່າງຍິ່ງໃຫ້ແກ່ທຸກຝ່າຍໃນຫ້ອງພິຈາລະນາຄະດີ ຈົນຜູ້ພິພາກສາສັ່ງຍົກເລີກສານທັນທີ.


No comments

Powered by Blogger.