ເກົາຫຼີເໜືອເຜີຍແຜ່ພາບ ແລະ ວິດີໂອການທົດລອງຂີປະນາວຸດຂ້າມທະວີບ ຄັ້ງຫຼ້າສຸດ - ອິດສະຫຼະ

ເກົາຫຼີເໜືອເຜີຍແຜ່ພາບ ແລະ ວິດີໂອການທົດລອງຂີປະນາວຸດຂ້າມທະວີບ ຄັ້ງຫຼ້າສຸດ



ສຳນັກຂ່າວກາງເກົາຫຼີ (KCNA) ເຊິ່ງເປັນກະບອກສຽງຫຼັກຂອງລັດຖະບານເກົາຫຼີເໜືອວ່າ: ໄດ້ເຜີຍແຜ່ພາບ ແລະ ວິດີໂອການທົດລອງຂີປະນາວຸດຂ້າມທະວີບ (ICBM) ຮວາຊອງ-15 (Hwasong-15) ທີ່ຍິງຂຶ້ນຈາກຖານຍິງໃນເມືອງພະຢອງຊັງ, ແຂວງພະຢອງກັນໃຕ້ ເມື່ອຕອນເຊົ້າມືດຂອງວັນທີ 29 ພະຈິກ 2017 ທີ່ຜ່ານມາ ເວລາ 03:17 ນາທີ ຕາມເວລາທ້ອງຖິ່ນ ເຊິ່ງຂີປະນາວຸດດັ່ງກ່າວສາມາດຂຶ້ນສູ່ລະດັບຄວາມສູງໄດ້ປະມານ 4,475 ກິໂລແມັດ ສູງກວ່າຕຳແໜ່ງທີ່ຕັ້ງຂອງສະຖານີອະວະກາດນານາຊາດ (ISS) ແລະ ສາມາດລອຍຢູ່ໃນອາກາດໄດ້ດົນເຖິງ 53 ນາທີ ເປັນໄລຍະທາງໄກປະມານ 960 ກິໂລແມັດ ໄປຕົກລົງໃນເຂດນ່ານນ້ຳທີ່ເປັນເຂດເສດຖະກິດພິເສດຂອງຍີ່ປຸ່ນ.











































No comments

Powered by Blogger.