ສ.ອາເມຣິກາຮຽກຮ້ອງໃຫ້ປະຊາຄົມໂລກຕັດຂາດເກົາຫຼີເໜືອ ແລະ ກ່າວວ່າເຂົ້າໃກ້ສົງຄາມ - ອິດສະຫຼະ

ສ.ອາເມຣິກາຮຽກຮ້ອງໃຫ້ປະຊາຄົມໂລກຕັດຂາດເກົາຫຼີເໜືອ ແລະ ກ່າວວ່າເຂົ້າໃກ້ສົງຄາມ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 30 ພະຈິກ 2017 ວ່າ: ທ່ານ ນາງ ນິກກີ ເຮລີ ເອກອັກຄະລັດຖະທູດສະຫະລັດ ອາເມຣິກາປະຈຳສະຫະປະຊາຊາດ (UN) ກ່າວຕໍ່ກອງປະຊຸມຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ເມື່ອວັນພຸດທີ່ຜ່ານມາວ່າ ການທີ່ຂີປະນາວຸດຂ້າມທະວີບ (ICBM) ຕິດຫົວຮົບນິວເຄຼຍຂອງເກົາຫຼີເໜືອມີພິໄສການຍິງຄວບຄຸມທົ່ວທັງແຜ່ນດິນສະຫະລັດ ຖືເປັນການຊຸກດັນໃຫ້ລັດຖະບານສະຫະລັດເຂົ້າໃກ້ "ສົງຄາມ" ກັບອີກຝ່າຍໃນລະດັບທີ່ບໍ່ເຄີຍເກີດຂຶ້ນມາກ່ອນ ເຊິ່ງທ່ານ ນາງ ເຮລີ ຢືນຢັນວ່າ ສະຫະລັດບໍ່ເຄີຍຕ້ອງການເຮັດສົງຄາມກັບເກົາຫຼີເໜືອ ແຕ່ຫາກສະຖານະການຈຳເປັນກໍ່ຕ້ອງເກີດສົງຄາມ ຖືວ່າເປັນຜົນມາຈາກການກະທຳຂອງເກົາຫຼີເໜືອເອງ ພ້ອມທັງເຕືອນອີກວ່າ ສົງຄາມທີ່ເກີດຂຶ້ນຈະນຳໄປສູ່ການລົ້ມສະຫຼາຍຂອງເກົາຫຼີເໜືອ.

ຂະນະດຽວກັນທ່ານ ນາງ ເຮລີ ຮຽກຮ້ອງໃຫ້ປະຊາຄົມໂລກຕັດຂາດຄວາມສຳພັນທັງທາງການທູດ ແລະ ການຄ້າກັບເກົາຫຼີເໜືອ ເຊິ່ງທ່ານ ນາງ ກ່າວອີກວ່າ ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ໄດ້ໂທລະສັບເຖິງທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ວ່າສະຖານະການຢູ່ແຫຼມເກົາຫຼີໃນຕອນນີ້ ມາເຖິງຈຸດທີ່ຈີນຕ້ອງຢຸດຕິການສົ່ງອອກນ້ຳມັນດິບ ແລະ ຜະລິດຕະພັນປີໂຕຣລຽມໄປຍັງເກົາຫຼີເໜືອຢ່າງເດັດຂາດ, ໃນດ້ານຂອງຝຣັ່ງ, ເກົາຫຼີໃຕ້ ແລະ ຍີ່ປຸ່ນ ໄດ້ຮຽກຮ້ອງໃຫ້ UNSC ເພີ່ມມາດຕະການຂວໍ້າບາດຕໍ່ເກົາຫຼີເໜືອອີກ ສ່ວນລັດເຊຍ ແລະ ຈີນເຊິ່ງເປັນ 2 ໃນ 5 ປະເທດສະມາຊິກຖາວອນຂອງ UNSC ຮ່ວມປະນາມການຍິງຂີປະນາວຸດຂອງເກົາຫຼີເໜືອ ແຕ່ຍັງຄົມຢືນຢັນແນວຄິດຂອງການໃຫ້ສະຫະລັດ ແລະ ເກົາຫຼີໃຕ້ຢຸດຕິການຊ້ອມຮົບ ເພື່ອໃຫ້ເກົາຫຼີເໜືອຢຸດຕິໂຄງການນິວເຄຼຍ.

ເຖິງຢ່າງໃດກໍ່ຕາມ ສຳນັກຂ່າວກາງເກົາຫຼີ (KCNA) ກະບອກສຽງຂອງລັດຖະບານເກົາຫຼີເໜືອລາຍງານວ່າ: ທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ມີຄວາມເພິ່ງພໍໃຈເປັນຢ່າງຍິງຕໍ່ຄວາມສົມບູນແບບ ໃນການທົດລອງຂີປະນາວຸດ ຮວາຊອງ-15 (ດາວອັງຄານ-15) ທີ່ເກີດຂຶ້ນເມື່ອວັນພຸດທີ່ຜ່ານມາ ເຊິ່ງຈະຫຼວດສາມາດຂຶ້ນສູ່ລະດັບຄວາມສູງເຖິງ 4,475 ກິໂລແມັດ ໄກທີ່ສຸດເທົ່າທີ່ເກົາຫຼີເໜືອເຄີຍທົດລອງຂີປະນາວຸດປະເພດນີ້ ແລະ ສາມາເດີນທາງໄດ້ໄກເຖິງ 960 ກິໂລແມັດ ຫຼື ຢູ່ໃນອາກາດໄດ້ດົນເຖິງ 53 ນາທີ ກ່ອນທີ່ຈະຕົກລົງໃນທະເລຍີ່ປຸ່ນ ໂດຍທ່ານ ຄິມ ຈອງ-ອຶນ ກ່າວອີກວ່າ ການຍິ່ງຂີປະນາວຸດຄັ້ງນີ້ຖືເປັນປະຫວັດສາດ ແລະ ເປັນກຽດຕິຍົດຂອງເກົາຫຼີເໜືອໃນຖານະການເປັນລັດນິວເຄຼຍ.



No comments

Powered by Blogger.