ເກີດແຜ່ນດິນໄຫວ 7.0 ຣິກເຕີ ທີ່ນິວຄາລິໂດເນຍ ເຕືອນໄພສຶນາມິທົ່ວປາຊີຟິກ
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
![](https://blogger.googleusercontent.com/img/b/R29vZ2xl/AVvXsEgFjN4wer1kT2QODboUsYfMieDcrtS7YTAyqyOMfcy6CFmekUqwr37XSw0hFLmY2IP6WQ2f0c-4Jwq4uIjdgQKUypyJTJLb19lY0QdrPTKb8GuOTmcixBf6bRAAql7C_4Oo6vm_xbmA_dlQ/s1600/139.jpg)
ສຳນັກຂ່າວຕ່າງປະເທດລາຍງານ 20 ພະຈິກ 2017 ວ່າ: ສຳນັກງານສຳຫຼວດທໍລະນີວິທະຍາສະຫະລັດ (USGS) ກວດພົບການເກີດແຜ່ນດິນໄຫວຮຸນແຮງ 7.0 ຣິກເຕີ ເມື່ອເວລາ 09:43 ນາທີ ຕາມເວລາທ້ອງຖິ່ນຂອງນິວຄາລິໂດເນຍ (New Caledonia) ເຊິ່ງເປັນດິນແດນຫ່າງໄກທາງທະເລຂອງຝຣັ່ງ ທີ່ຄັ້ງຢູ່ທິດໃຕ້ຂອງມະຫາສະໝຸດປາຊີຟິກ ໂດຍຈຸດສູນກາງຂອງແຜ່ນດິນໄຫວເລິກລົງໄປໃຕ້ທະເລພຽງ 10 ກິໂລແມັດ ຫ່າງຈາກເກາະລໍຢັນຕີ ເຊິ່ງເປັນໜຶ່ງໃນເກາະຍ່ອຍຂອງນິວຄາໂດເນຍໄປທາງຕາເວັນອອກປະມານ 82 ກິໂລແມັດ.
ເຊິ່ງກ່ອນໜ້ານີ້ USGS ວັດແທກຄວາມຮຸນແຮງຂອງແຜ່ນດິນໄຫວໄດ້ 7.3 ຣິກເຕີ ແຕ່ປັບຫຼຸດລົງໃນເວລາຕໍ່ມາ, ຂະນະທີ່ພາຍຫຼັງເກີດເຫດສູນເຕືອນໄພສຶນາມິໃນມະຫາສະໝຸດປາຊີຟິກ ເຊິ່ງຄວບຄຸມໄກເຖິງປະເທດວານູອາຕູ ໂດຍມີລາຍງານການເກີດຄື້ນສຶນາມິສູງ 1 ແມັດ ເຄື່ອນເຂົ້າສູ່ຊາຍຝັ່່ງຂອງນິວຄາລິໂດເນຍໃນໄລຍະທຳອິດ.
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
ສະແດງຄວາມຄິດເຫັນ