ກອງທັບຈີນ ສ້າງເວັບໄຊທ໌ ໃຫ້ປະຊາຊົນຊ່ວຍກັນແຈ້ງຂ່າວປອມ ຂ່າວບໍ່ມີຄວາມຈິງ - ອິດສະຫຼະ

ກອງທັບຈີນ ສ້າງເວັບໄຊທ໌ ໃຫ້ປະຊາຊົນຊ່ວຍກັນແຈ້ງຂ່າວປອມ ຂ່າວບໍ່ມີຄວາມຈິງ



ສຳນັກຂ່າວຕ່າງປະເທດລາຍງານ 19 ພະຈິກ 2017 ວ່າ: ກອງທັບຈີນຖະແຫຼງໃນວັນອາທິດນີ້ວ່າ ໄດ້ສ້າງເວັບໄຊທ໌ເຊີນຊວນໃຫ້ປະຊາຊົນຊ່ວຍກັນລາຍງານຂ່າວປອມ ແລະ ຂ່າວບໍ່ມີມູນຄວາມຈິງ ລວມທັງການທະກຳທີ່ຜິດກົດໝາຍທີ່ປາກົດໃນໂລກອອນລາຍ, ຖືເປັນຄວາມຄືບໜ້າຫຼ້າສຸດຂອງທາງການຈີນທີ່ຈະຄຸ້ມຄອງເຄື່ອຄ່າຍອິນເຕີເນັດຢ່າງເຂັ້ມງວດ.

ທີ່ຜ່ານມາທາງການຈີນໄດ້ພະຍາຍາມຫາມາດຕະການສ້າງຄວາມໝັ້ນຄົງ ແລະ ຄຸ້ມຄອງຢ່າງເຂັ້ມງວດທາງອິນເຕີເນັດ ເຊິ່ງເວັບໄຊທ໌ໃໝ່ນີ້ຈະເປັນເຄື່ອງມືສຳລັບການສອດສ່ອງທາງອິນເຕີເນັດ ເຊິ່ງປະຊາຊົນສາມາດລາຍງານເນື້ອໃນທີ່ບໍ່ເໝາະສົມ ແລະ ຂໍ້ມູນທີ່ບໍ່ມີຄວາມຄວາມຈິງ ໂດຍສະເພາະແມ່ນຂໍ້ມູນທີ່ກ່າວເຖິງພັກ-ລັດ ແລະ ກອງທັບ, ນອກຈາກນີ້ຍັງສາມາດແຈ້ງຂໍ້ມູນກໍລະນີທີ່ເຈົ້າໜ້າທີ່ທະຫານກະທຳຜິດກົດໝາຍ ແລະ ການເຜີຍແຜ່ຂໍ້ມູນທາງເວັບໄຊທ໌ທີ່ບໍ່ໄດ້ຮັບອະນຸຍາດອີກດ້ວຍ.

ເວັບດັ່ງກ່າວແມ່ນ: http://www.81.cn/jubao/

No comments

Powered by Blogger.