ນາຍພົນ ສ.ອາເມຣິກາ ກ່າວ ພ້ອມຂັດຂວາງຄຳສັ່ງຍິງ "ນິວເຄຼຍ" ຂອງ ປ.ທຣຳ ຫາກບໍ່ຖືກຕ້ອງ - ອິດສະຫຼະ

ນາຍພົນ ສ.ອາເມຣິກາ ກ່າວ ພ້ອມຂັດຂວາງຄຳສັ່ງຍິງ "ນິວເຄຼຍ" ຂອງ ປ.ທຣຳ ຫາກບໍ່ຖືກຕ້ອງ



ສຳນັກຂ່າວຕ່າງປະເທດລາຍງານ 19 ພະຈິກ 2017 ວ່າ: ພົນເອກ ຈອນ ໄຮເທນ ຜູ້ບັນຊາການດ້ານຍຸດທະສາດຂອງກອງທັບສະຫະລັດ ໄດ້ກ່າວວ່າ ພ້ອມທີ່ຈະຕໍ່ຕ້ານຄຳສັ່ງຍິງຂີປະນາວຸດຂອງທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ຫາກຄຳສັ່ງດັ່ງກ່າວບໍ່ຖືກຕ້ອງຕາມກົດໝາຍ ແລະ ເຊື້ອໝັ້ນວ່າທາງເລືອກອື່ນທີ່ຖືກຕ້ອງຕາມກົດໝາຍຍັງມີໃຫ້ເລືອກຢູ່.


ລາຍງານຂ່າວລະບຸອີກວ່າ: ການສະແດງຄວາມເຫັນດັ່ງກ່າວເກີດຂຶ້ນພຽງບໍ່ພໍເທົ່າໃດວັນ ຫຼັງຈາກທີ່ສະພາສູງສະຫະລັດໄດ້ປຶກສາຫາລືກ່ຽວກັບອຳນາດຂອງປະທານປະເທດ ໃນການສັ່ງໂຈມຕີດ້ວຍອາວຸດນິວເຄຼຍ ໂດຍສະມາຊິກສະພາສູງບາງສ່ວນໄດ້ສະແດງຄວາມເປັນຫ່ວງວ່າ ທ່ານ ໂດໂນ ທຣຳ ອາດຈະສັ່ງໃຫ້ໂຈມຕີໂດຍປາສະຈາກຄວາມຮັບຜິດຊອບ ໃນຂະນະທີ່ສະມາຊິກສະພາສູງບາງທ່ານເຫັນວ່າ ທ່ານ ໂດໂນ ທຣຳ ຈະຕ້ອງມີອຳນາດໃນການດຳເນີນການໂດຍບໍ່ຈຳເປັນຕ້ອງປຶກສາຫາລືກັບຝ່າຍກົດໝາຍ.

ເມື່ອເດືອນສິງຫາ ທີ່ຜ່ານມາ ທ່ານ ທຣຳ ໄດ້ກ່າວວ່າ ຈະຕອບໂຕ້ດ້ວຍແປວໄຟອັນໂຫດຮ້າຍທີ່ໂລກບໍ່ເຄີຍໄດ້ເຫັນມາກ່ອນກັບເກົາຫຼີເໜືອ ຫາກເກົາຫຼີເໜືອຍັງຄົງເດີນໜ້າໂຄງການອາວຸດນິວເຄຼຍ ແລະ ຂົ່ມຂູ່ສະຫະລັດ.

No comments

Powered by Blogger.