ສົມເດັດ ຮຸນ ເຊນກ່າວ "ກຳປູເຈຍບໍ່ຕາຍ" ເຖິງສະຫະລັດ ຈະຕັດຂາດການຊ່ວຍເຫຼືອ - ອິດສະຫຼະ

ສົມເດັດ ຮຸນ ເຊນກ່າວ "ກຳປູເຈຍບໍ່ຕາຍ" ເຖິງສະຫະລັດ ຈະຕັດຂາດການຊ່ວຍເຫຼືອ



ສຳນັກຂ່າວຕ່າງປະເທດລາຍງານ 19 ພະຈິກ 2017 ວ່າ: ສຳນັກຂ່າວ Fresh News ໜຶ່ງໃນກະບອກສຽງອອນລາຍຂອງລັດຖະບານກຳປູເຈຍ ໄດ້ສະເໜີຂ່າວທີ່ອ້າງວ່າເປັນຄຳຖະແຫຼງຂອງສົມເດັດ ຮຸນ ເຊນ ນາຍົກລັດຖະມົນຕີ ທີ່ກ່າວລະຫວ່າງການລົງຢ້ຽມຢາມພະນັກງານໂຮງງານຜະລິດເສື້ອຜ້າແຫ່ງໜຶ່ງວ່າ: "ກຳປູເຈຍບໍ່ຕາຍ ເຖິງແມ່ນວ່າສະຫະລັດ ອາເມຣິກາ ຈະຕັດຂາດການຊ່ວຍເຫຼືອທັງໝົດ ແລະ ກຳປູເຈຍບໍ່ມີວັນໄດ້ຮັບຜົນກະທົບຈາກການຕັດຂາດການຊ່ວຍເຫຼືອນັ້ນ ເພາະຝ່າຍທີ່ຈະເດືອດຮ້ອນຫຼາຍທີ່ສຸດຍ່ອມເປັນກຸ່ມຄົນທີ່ມີໜ້າທີ່ "ປົກປ້ອງ" ຜົນປະໂຫຍດຂອງອາເມຣິກາເທົ່ານັ້ນ".

ເຖິງແມ່ນວ່າ ສົມເດັດ ຮຸນ ເຊນ ບໍ່ໄດ້ກ່າວຢ່າງເຈາະຈົງວ່າ "ກຸ່ມຄົນ" ທີ່ປົກປ້ອງຜົນປະໂຫຍດຂອງສະຫະລັດໃນກຳປູເຈຍໝາຍເຖິງໃຜແດ່ ແຕ່ຜູ້ນຳລັດຖະບານກຳປູເຈຍກ່າວວ່າ "ມີຄວາມຍິນດີ ແລະ ບໍ່ຂັດຂ້ອງ" ຫາກລັດຖະບານສະຫະລັດຈະຍຸດຕິການສະໜັບສະໜູນ ແລະ ການຊ່ວຍເຫຼືອທັງໝົດແກ່ກຳປູເຈຍ, ເຖິງຢ່າງໃດກໍ່ຕາມສະຖານທູດສະຫະລັດປະຈຳນະຄອນຫຼວງພະນົມເປັນ ຍັງບໍ່ສະແດງທ່າທີຕໍ່ລາຍງານດັ່ງກ່າວ, ຂະນະທີ່ຂໍ້ມູນກ່ຽວກັບງົບປະມານການຊ່ວຍເຫຼືອຂອງສະຫະລັດຕໍ່ກຳປູເຈຍ ຈາກກະຊວງການຕ່າງປະເທດສະຫະລັດ ລະບຸວ່າມີມູນຄ່າຫຼາຍກວ່າ 77.6 ລ້ານໂດລາ ໃນປີ 2014 ໂດຍຄວບຄຸມທັງທາງດ້ານພື້ນຖານໂຄງລ່າງ, ການສຶກສາ, ສາທາລະນະສຸກ, ເສດຖະກິດ ແລະ ການສະໜັບສະໜູນລະບົບບໍລິຫານລັດ.

ໂດຍຄວາມສຳພັນລະຫວ່າງສະຫະລັດ ກັບ ກຳປູຈເຍເລີ່ມເຄັ່ງຕຶງຂຶ້ນຕັ້ງແຕ່ໄລຍະກາງປີນີ້ ເມື່ອລັດຖະບານຂອງສົມເດັດ ຮຸນ ເຊນ ເຄື່ອນໄຫວຢ່າງເປີດເຜີຍເພື່ອຈຳກັດພັກກູ້ຊາດກຳປູເຈຍ ຫຼື CNRP ເຊິ່ງເປັນພັກຝ່າຍຄ້ານຫຼັກ ແລະ ອົງກອນອິດສະຫຼະອີກຫຼາຍແຫ່ງ ທີ່ສົມເດັດ ຮຸນ ເຊນ ກ່າວວ່າສະຫະລັດ ເປັນຜູ້ໃຫ້ເງິນສະໜັບສະໜູນ ເພື່ອສ້າງກິດຈະກຳປຸກປັ້ນເລື້ອງ ອັນຈະນຳໄປສູ່ຄວາມແຕກແຍກໃນກຳປູເຈຍ ຈົນໄດ້ມີການຈັບກຸມ ແລະ ດຳເນີນຄະດີກັບທ່ານ ເຂັມ ສຸຂາ ຫົວໜ້າພັກ CNRP ໃນຂໍ້ຫາເປັນ "ກະບົດ" ທີ່ສະຫະລັດສະໜັບສະໜູນ ຕາມດ້ວຍສານສູງໃນນະຄອນຫຼວງພະນົມເປັນມີຄຳພິພາກສາສັ່ງໃຫ້ຍຸບພັກ CNRP ເມື່ອອາທິດທີ່ຜ່ານມາ.

ໃນດ້ານຂອງທຳນຽບຂາວ ແລະ ກະຊວງການຕ່າງປະເທດຂອງສະຫະລັດ ຕ່າງກໍ່ວິພາກວິຈານສະຖານະການທີ່ເກີດຂຶ້ນຢ່າງໜັກໃນກຳປູເຈຍວ່າ ເປັນຈຸດຈົບຂອງລະບອບປະຊາທິປະໄຕໃນກຳປູເຈຍ ແລະ ເຕືອນວ່າຈະບໍ່ຍອມຮັບຜົນການເລືອກຕັ້ງທົ່ວໄປທີ່ຈະເກີດຂຶ້ນໃນເດືອນກໍລະກົດ ປີໜ້າ, ລວມທັງປະກາດຍຸດຕິການສະໜັບສະໜູນກິດຈະກຳຂອງຄະນະກຳມະການການເລືອກຕັ້ງກຳປູເຈຍ, ແຕ່ສົມເດັດ ຮຸນ ເຊນ ໄດ້ຫັນທິດໄປຂໍການຊ່ວຍເຫຼືອຈາກຈີນ ແລະ ຍີ່ປຸ່ນແທນ ລວມທັງເກົາຫຼີໃຕ້ ຫຼາຍຂຶ້ນຢ່າງຊັດເຈນ ໂດຍສະເພາະໃນດ້ານການພັດທະນາພື້ນຖານໂຄ່ງລ່າງໃນປະເທດ ທີ່ຍີ່ປຸ່ນໄດ້ສຳປະທານໂຄງການກໍ່ສ້າງລົດໄຟຄວາມໄວສູງ.

No comments

Powered by Blogger.