ປະຊາຊົນຊິມບຳເວ ອອກມາສະເຫຼີມສະຫຼອງກອງທັບຢຶດອຳນາດ ມູກາເບ - ອິດສະຫຼະ

ປະຊາຊົນຊິມບຳເວ ອອກມາສະເຫຼີມສະຫຼອງກອງທັບຢຶດອຳນາດ ມູກາເບ



ສຳນັກຂ່າວຕ່າງປະເທດລາຍງານ 19 ພະຈິກ 2017 ວ່າ: ບັນດານາຍພົນທະຫານຂອງຊິມບຳເວ ຍັງຄົງເດີນໜ້າກົດດັນທ່ານ ໂຣເບິດ ມູກາເບ ປະທານປະເທດແຫ່ງຊິມບຳເວ ໃຫ້ລາອອກຈາກຕຳແໜ່ງ ເຊິ່ງໃນວັນອາທິດນີ້ ມີປະຊາຊົນຫຼາຍໝື່ນຄົນພາກັນອອກມາລວມຕົວກັນຕາມເສັ້ນທາງ ເພື່ອສະແດງຄວາມຍິນດີຕໍ່ການທີ່ທະຫານເຂົ້າຢຶດອຳນາດຂອງທ່ານ ມູກາເບ ທີ່ປົກຄອງປະເທດຊິມບຳເວມາຍາວນານເຖິງ 37 ປີ.


ໂດຍການອອກມາລວມຕົວກັນຕາມເສັ້ນທາງໃນນະຄອນຫຼວງຮາຣາເຮຂອງປະຊາຊົນຊິມບຳເວ ຖືເປັນການລວມຕົວກັນຄັ້ງໃຫຍ່ທີ່ສຸດຄັ້ງໜຶ່ງໃນປະຫວັດສາດຂອງຊິມບຳເວ ນັບຕັ້ງແຕ່ໄດ້ຮັບອິດສະຫຼະພາບເມື່ອປີ 1980 ໂດຍປະຊາຊົນຕ່າງກໍ່ພາກັນໂຫຮ້ອງດ້ວຍຄວາມເບີກບານ ແລະ ຍິນດີທີ່ທ່ານ ມູກາເບ ຖືກທະຫານຢຶດອຳນາດ ແຕ່ເປັນການລວມຕົວກັນແບບສັນຕິ ບໍ່ມີເຫດຮຸນແຮງໃດໆເກີດຂຶ້ນ ໂດຍມີທະຫານຄວບຄຸມ ແລະ ຕິດຕາມຢ່າງໃກ້ຊິດ.


ເຊິ່ງທ່ານ ມູກາເບ ຖືກທະຫານຢຶດອຳນາດມາຕັ້ງແຕ່ວັນທີ 15 ພະຈິກ 2017 ທີ່ຜ່ານມາ ແລະ ຖືກກັກບໍລິເວນຢູ່ແຕ່ໃນເຮືອ ພາຍຫຼັງທີ່ທ່ານ ມູກາເບ ສັ່ງປົກທ່ານ ເອັມເມີສັນ ນັນກາກວາ ຮອງປະທານປະເທດອອກຈາກຕຳແໜ່ງ ເພື່ອປູທາງໃຫ້ທ່ານ ນາງ ເກຼສ ພັນລະຍາ ອາຍຸ 52 ປີ ຂຶ້ນມາເປັນຜູ້ນຳຕໍ່ໄປຂອງຊິມບຳເວ ຕໍ່ຈາກຕົນທີ່ເລີ່ມມີບັນຫາສຸຂະພາບບໍ່ດີດ້ວຍໄວອາຍຸ 93 ປີແລ້ວ.

ຂະນະທີ່ມີລາຍງານວ່າ ພັກຊານູ-ພີເອັບ ທີ່ເຄີຍຈົງຮັກພັກດີຕໍ່ທ່ານ ມູກາເບ ມາໂດຍຕະຫຼອດ ຕອນນີ້ສະມາຊິກພັກສ່ວນໃຫຍ່ກໍ່ໄດ້ອອກມາຮຽກຮ້ອງໃຫ້ທ່ານ ມູກາເບ ລົງຈາກຕຳແໜ່ງ ແລະ ໄດ້ມີການກຽມປະຊຸມໃຫຍ່ທີ່ຈະຈັດຂຶ້ນໃນວັນທີ 19 ພະຈິກ ນີ້, ເພື່ອລົງຄວາມເຫັນປົດຕຳແໜ່ງທ່ານ ມູກາເບ, ໂດຍໃນມື້ດຽວກັນທ່ານ ມູກາເບ ກໍ່ໄດ້ພົບປະກັບຜູ້ນຳຂອງກອງທັບ ເພື່ອເຈລະຈາເລື່ອງການລົງຈາກຕຳແໜ່ງຂອງທ່ານ ມູກາເບ.

ເຖິງຢ່າງໃດກໍ່ຕາມມີແຫຼ່ງຂ່າວລາຍງານວ່າ ທ່ານ ມູກາເບ ກຳລັງພະຍາຍາມຕໍ່ລອງເພື່ອເລື່ອນເວລາທີ່ຈະຖືກຂັບໄລ່ອອກນອກປະເທດໃຫ້ຊ້າທີ່ສຸດ ແລະ ຕ້ອງການໃຫ້ແນ່ໃຈວ່າໃນອະນາຄົດ ຕົນ ແລະ ຄອບຄົວຈະໄດ້ຮັບການຄຸ້ມຄອງຄວາມປອດໄພ.

No comments

Powered by Blogger.