ລັດຖະບານຍອມຮັບວ່າ ການຈັດຕັ້ງປະຕິບັດ ແຜນພັດທະນາ ບໍ່ສາມາດບັນລຸຄາດໝາຍໄດ້ - ອິດສະຫຼະ

ລັດຖະບານຍອມຮັບວ່າ ການຈັດຕັ້ງປະຕິບັດ ແຜນພັດທະນາ ບໍ່ສາມາດບັນລຸຄາດໝາຍໄດ້



ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາຍງານວ່າ: ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ຍອມຮັບວ່າການຈັດຕັ້ງປະຕິບັດແຜນການພັດທະນາ ທີ່ບໍ່ສາມາດບັນລຸຄາດໝາຍໄດ້ເລີຍນັ້ນ ເປັນຍ້ອນລັດຖະບານ ຍັງມີບຸກຄະລາກອນຈຳນວນຫຼາຍ ທີ່ຂາດຄວາມຮັບຜິດຊອບຕໍ່ສ່ວນລວມ.

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຖະແຫລງຍອມຮັບຕໍ່ກອງປະຊຸມສະໄໝສາມັນ ຄັ້ງທີ 4 ຂອງສະພາແຫ່ງຊາດລາວ ຊຸດທີ 8 ທີ່ດຳເນີນກອງປະຊຸມໃນວັນທີ 16 ຕຸລາ ຫາ 17 ພະຈິກ 2017 ນີ້ ວ່າ ການຈັດຕັ້ງປະຕິບັດແຜນການພັດທະນາໃນດ້ານຕ່າງໆ ຂອງລັດຖະບານລາວ ທີ່ບໍ່ສາມາດບັນລຸຄາດໝາຍທີ່ວາງເອົາໄວ້ໄດ້ເລີຍນັ້ນມີສາເຫດສຳຄັນມາຈາກກົນໄກການຈັດຕັ້ງປະຕິບັດວຽງງານຂອງລັດຖະບານທັງໃນລະດັບສູນກາງ ແລະທ້ອງຖິ່ນ ຍັງມີບຸກຄະລາກອນຈຳນວນບໍ່ນ້ອຍ ທີ່ຂາດຄວາມຮັບຜິດຊອບຕໍ່ສ່ວນລວມ ທັງຍັງເປັນບຸກຄະລາກອນ ທີ່ບໍ່ມີຄວາມຮູ້ ແລະຄວາມສາມາດ
ໃນວຽກງານ ທີ່ຮັບຜິດຊອບອີກດ້ວຍ ດັ່ງທີ່ທ່ານທອງລຸນ ຢືນຢັນວ່າ:

“ການບໍລິຫານ ຈັດການ ການປະສານ ແລະ ການປະຕິບັດພາລະບົດບາດຄວາມຮັບຜິດຊອບຂອງບັນດາຂະແໜງການ ແລະທ້ອງຖິ່ນ ມີຫຼາຍກໍລະນີບໍ່ເຂັ້ມງວດ ຍັງເອື່ອຍອິງ ຍັງໜິ້ງໃສ່ກັນ ບໍ່ກ້າປັບປ່ຽນວິທີເຮັດວຽກ ບໍ່ກ້າປັບປ່ຽນພະນັກງານ ທີ່ຂາດຄຸນສົມບັດ ຂາດຈັນຍາບັນ ຮວມທັງຜູ້ທີ່ຂາດຄວາມສາມາດໄດ້ເທື່ອ ຈຶ່ງພາໃຫ້ກົງຈັກຂາດປະສິດທິພາບ ຂາດຄວາມຄ່ອງຕົວ ແຕ່ຍັງສືບຕໍ່ດຳເນີນການຕາມເດີມຢູ່ ຖ້າມີການປັບປ່ຽນ ກໍຍັງມີລັກສະນະບໍ່ທັນເຂົ້າເຖິງ ແກ່ນແທ້ຂອງບັນຫາເທື່ອ.”

ໃນໄລະຍະ 6 ເດືອນຕົ້ນປີ 2017 ລັດຖະບານລາວສາມາດລົບລ້າງຄວາມຍາກຈົນຂອງປະຊາຊົນ ລາວ ໄດ້ເຖິງ 6,546 ຄອບຄົວ ໂດຍເຂດທີ່ຍັງມີປະຊາຊົນຍາກຈົນຫຼາຍທີ່ສຸດຄືແຂວງສາລະວັນ ບໍ່ແກ້ວ ເຊກອງ ຫົວພັນ ຊຽງຂວາງ ແລະອຸດົມໄຊ.

ກ່ອນໜ້ານີ້ ທ່ານທອງລຸນ ກໍຍັງໄດ້ຢືນຢັນວ່າ ເປົ້າໝາຍຂອງລັດຖະລາວ ທີ່ຈະລົບລ້າງຄວາມຍາກຈົນໃຫ້ໄດ້ຢ່າງສິ້ນເຊີງ ເພື່ອເຮັດໃຫ້ລາວ ຫລຸດພົ້ນຈາກສະພາບການດ້ອຍພັດທະນາໃຫ້ໄດ້ຢ່າງແທ້ຈິງພາຍໃນປີ 2020 ນັ້ນ ບໍ່ໄດ້ໝາຍຄວາມວ່າຈະບໍ່ມີຄົນທຸກຍາກຫລົງເຫລືອຢູ່ໃນລາວເລີຍແຕ່ຢ່າງໃດ ຫາກແຕ່ເປົ້າໝາຍລົບລ້າງຄວາມທຸກຍາກໃນລາວ ແນໃສ່ເຮັດໃຫ້ປະຊາຊົນມີຢູ່ ມີກິນ ໄດ້ຮັບການຮັກສາປິ່ນປົວເມື່ອເຈັບປ່ວຍ ລູກຫລານໄດ້ເຂົ້າໂຮງຮຽນ ແລະສ້າງເງື່ອນໄຂໃຫ້ມີການຜະລິດ ເພື່ອກຸ້ມຕົນເອງໃຫ້ໄດ້ຢ່າງຍືນຍົງ.

ໂດຍໃນແຜນການປະຈຳສົກປີ 2015-2016 ທີ່ຜ່ານມາ ລັດຖະບານລາວ ໄດ້ວາງເປົ້າໝາຍ ລົບລ້າງບັນຫາຄວາມຍາກຈົນຂອງປະຊາຊົນໃຫ້ໄດ້ໃນ 179 ບ້ານ ຄິດເປັນ 0.48 ເປີເຊັນ ຂອງບ້ານທຸກຈົນທັງໝົດໃນທົ່ວປະເທດ ຫາກແຕ່ຈາກການຈັດຕັ້ງປະຕິບັດຕົວຈິງສາມາດບັນລຸໄດ້ພຽງແຕ່ 50 ບ້ານ ຄິດເປັນ 0.03 ເປີເຊັນ ເທົ່ານັ້ນຂອງບ້ານທຸກຍາກທີ່ມີຢູ່ທັງໝົດ 1,736 ບ້ານ.

ສ່ວນຄະນະພັດທະນາຊົນນະບົດແລະລົບລ້າງຄວາມທຸກຍາກຂັ້ນສູນກາງ ລາຍງານວ່າ ການຈັດຕັ້ງປະຕິບັດໂຄງການພັດທະນາຊົນນະບົດໃນປີ 2017 ໄດ້ວາງເປົ້າໝາຍຈະລົບລ້າງບັນຫາທຸກຈົນຂອງປະຊາຊົນລາວໃຫ້ໄດ້ 5,580 ຄອບຄົວ ເພື່ອເຮັດໃຫ້ເຫຼືອ 70,924 ຄອບຄົວທີ່ຍາກຈົນ ຫຼື 6,09 ເປີເຊັນ ຂອງຈຳນວນຄອບຄົວທັງໝົດໃນທົ່ວປະເທດລາວ.

ພ້ອມກັນນີ້ ຄະນະພັດທະນາຊົນນະບົດ ແລະລົບລ້າງຄວາມທຸກຍາກຂັ້ນສູນກາງຍັງວາງຄາດໝາຍການລົບລ້າງບ້ານທຸກຈົນ ໃຫ້ໄດ້ 178 ບ້ານ ຊຶ່ງຖ້າຫາກສາມາດຈັດຕັ້ງປະຕິບັດໄດ້ຈິງ ກໍຈະເຮັດໃຫ້ຍັງເຫຼືອບ້ານທຸກຍາກບໍ່ເກີນ 1,511 ບ້ານ ຄິດ
ເປັນ 18 ເປີເຊັນ ຂອງບ້ານທັງໝົດ.

No comments

Powered by Blogger.