ສ.ອາເມຣິກາສົ່ງ F-22 ໂຈມຕີໂຮງງານຜະລິດຝິ່ນຂອງກຸ່ມຕາລີບັນ (ວິດີໂອ) - ອິດສະຫຼະ

ສ.ອາເມຣິກາສົ່ງ F-22 ໂຈມຕີໂຮງງານຜະລິດຝິ່ນຂອງກຸ່ມຕາລີບັນ (ວິດີໂອ)



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 20 ພະຈິກ 2017 ທີ່ຜ່ານມາວ່າ: ພົນເອກ ຈອນ ນິໂຄສັນ ຜູ້ບັນຊາການທະຫານກອງກຳລັງສະຫະລັດໃນອາຟະການິດສະຖານ ຖະແຫຼງໃນນະຄອນຫຼວງຄາບູນ ເມື່ອວັນຈັນທີ່ຜ່ານມາວ່າ: ຍົນຮົບ F-22 ຂອງກອງທັບສະຫະລັດ ໄດ້ຖິ້ມລະເບີດໂຈມຕີໂຮງງານຜະລິດຝິ່ນຂອງກຸ່ມຕາລີບັນ ໃນແຂວງເຮມານ ພາກໃຕ້ຂອງອາຟະການິດສະຖານ ເມື່ອຄືນວັນອາທິດທີ່ຜ່ານມາ, ປະຕິບັດການດັ່ງກ່າວນີ້ຖືເປັນຄັ້ງທຳອິດ ຕາມແຜນຍຸດທະສາດໃໝ່ ເພື່ອຕັດແຫຼ່ງເງິນທຶນສະໜັບສະໜູນກຸ່ມຕາລີບັນ ໂດຍກຸ່ມຕາລີບັນອາຟະການິດສະຖານ ສາມາດສ້າງລາຍໄດ້ຈາກການປູກຝິ່ນ ແລະ ຜະລິດຝິ່ນ ປີລະປະມານ 200 ລ້ານໂດລາສະຫະລັດ.

ພົນເອກ ຈອນ ນິໂຄສັນ

ໂດຍໃນລະຫວ່າງການຖະແຫຼງພົນເອກ ນິໂຄສັນ ໄດ້ເປີດວິດີໂອສະແດງໃຫ້ເຫັນນາທີທີ່ຍົນຮົບ F-22 ຖິ້ມລະເບີດຂະໜາດ 250 ປອນ ລົງໃສ່ອາຄານ 2 ຫຼັງ ທີ່ເປັນບ່ອນຜະລິດຝິ່ນຂອງກຸ່ມຕາລີບັນ.

ແຂວງເຮມານເປັນເຂດທີ່ມີການປູກຝິ່ນຫຼາຍທີ່ສຸດຂອງອາຟະການິດສະຖານ ຈາກການເປີດເຜີຍຂອງສຳນັກງານປາບປາມຢາເສບຕິດ ແລະ ອາຊະຍາກຳແຫ່ງສະຫະປະຊາຊາດ (UNODC) ເມື່ອອາທິດທີ່ຜ່ານມາ ໄດ້ລະບຸວ່າ ຜົນຜະລິດຝິ່ນໃນອາຟະການິດສະຖານສູງຂຶ້ນເປັນສະຖິຕິໃໝ່ໃນປີນີ້ ໂດຍມີປະມານ 9,000 ໂຕນ, ສູງຂຶ້ນກວ່າປີທີ່ຜ່ານມາ 87%.

ເຊິ່ງຜ່ານມາ UNODC ກ່າວເຕືອນວ່າ ຄວາມອ່ອນແອຂອງລັດຖະບານອາຟະການິດສະຖານໃນການຮັກສາຄວາມໝັ້ນຄົງໃນປະເທດ ຈະເຮັດໃຫ້ຄວາມພະຍາຍາມໃນການປາບປາມຢາເສບຕິດໃນປະເທດລົ້ມເຫຼວ.



No comments

Powered by Blogger.