ສ.ອາເມຣິກາ ຂຶ້ນບັນຊີເກົາຫຼີເໜືອເປັນ ລັດສະໜັບສະໜູນກໍ່ການຮ້າຍ - ອິດສະຫຼະ

ສ.ອາເມຣິກາ ຂຶ້ນບັນຊີເກົາຫຼີເໜືອເປັນ ລັດສະໜັບສະໜູນກໍ່ການຮ້າຍ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 20 ພະຈິກ 2017 ທີ່ຜ່ານມາວ່າ: ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາຖະແຫຼງເມື່ອວັນຈັນ ກ່ອນການເລີ່ມກອງປະຊຸມຄະນະລັດຖະມົນຕີປະຈຳອາທິດ ປະກາດວ່າໄດ້ນຳເກົາຫຼີເໜືອກັບເຂົ້າສູ່ບັນຊີລາຍຊື່ "ລັດສະໜັບສະໜູນກໍ່ການຮ້າຍ" ແລະ ກະຊວງການເງິນຈະປະກາດມາດຕະການຂວໍ້າບາດລັດຖະບານເກົາຫຼີເໜືອເພີ່ມເຕີມໃນວັນອັງຄານນີ້ ຕາມເວລາທ້ອງຖິ່ນ, ຜູ້ນຳສະຫະລັດກ່າວຕື່ມອີກວ່າ ການນຳເກົາຫຼີເໜືອກັບເຂົ້າສູ່ບັນຊີດຳດັ່ງກ່າວນີ້ "ຄວນເກີດຂຶ້ນຕັ້ງແຕ່ດົນແລ້ວ" ໂດຍໃຫ້ເຫດຜົນປະກອບຄື: ການເສຍຊີວິດຂອງທ້າວ ອັອດໂຕ ວອມເບຍ ນັກສຶກສາຄົນອາເມຣິກາທີ່ຖືກເກົາຫຼີເໜືອຂັງຄຸກດົນກວ່າ 1 ປີ ແລະ ການທີ່ລັດຖະບານເກົາຫຼີເໜືອຢູ່ເບື້ອງຫຼັງການລອບສັງຫານທ່ານ ຄິມ ຈອງ-ນຳ ອ້າຍຄົນລະແມ່ຂອງທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຄົນປັດຈຸບັນທີ່ປະເທດມະເລເຊຍ.

ເຊິ່ງລັດຖະບານສະຫະລັດ ໃນສະໄໝການເປັນປະທານປະເທດຂອງທ່ານ ຈ໊ອດ ດັບເບີຢູ ບຸສ ໄດ້ນຳເກົາຫຼີເໜືອອອກຈາກບັນຊີສະໜັບສະໜູນການກໍ່ການຮ້າຍເມື່ອປີ 2008 ພາຍຫຼັງທີ່ຢູ່ໃນບັນຊີມາດົນເຖິງ 20 ປີ, ຂະນະທີ່ທ່ານ ເຣັກ ທິວເລີສັນ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ກ່າວໃນເວລາຕໍ່ມາວ່າ ລັດຖະບານສະຫະລັດຍັງບໍ່ຍົກເລີກຄວາມພະຍາຍາມໃນການໃຊ້ນະໂຍບາຍທາງການທູດ ເພື່ອນຳລັດຖະບານເກົາຫຼີເໜືອເຂົ້າສູ່ໂຕະເຈລະຈາ 6 ຝ່າຍ, ທີ່ຕ້ອງຢຸດລົງມາຕັ້ງແຕ່ປີ 2009 ແລະ ເຊື່ອວ່າມາດຕະການແບບສະເພາະ ທີ່ບັງຄັບໃຊ້ຕະຫຼອດໄລຍະທີ່ຜ່ານມາ ຈະສົ່ງຜົນກະທົບຢ່າງຕໍ່ເສດຖະກິດຂອງເກົາຫຼີເໜືອບໍ່ຫຼາຍກໍ່ໜ້ອຍ ແລະ ການປະກາດໃຫ້ລັດຖະບານເກົາຫຼີເໜືອເປັນລັດສະໜັບສະໜູນກໍ່ການຮ້າຍອີກຄັ້ງ ຈະເປັນການເພີ່ມແຮງກົດດັນໄປຍັງບຸກຄົນທີ່ສາມ ໃນການຍຸດຕິໃຫ້ການສະໜັບສະໜູນແກ່ເກົາຫຼີເໜືອ.

ເຖິງຢ່າງໃດກໍ່ຕາມ ໃນທາງທິດສະດີ ຖືວ່າເກົາຫຼີເໜືອຍັງບໍ່ໄດ້ຈັດຢູ່ໃນລະດັບການເປັນລັດສະໜັບສະໜູນການກໍ່ການຮ້າຍ ຕາມການປະເມີນຂອງສະຫະລັດ ເຊິ່ງປະເທດທີ່ຢູ່ໃນລາຍຊື່ຈົນເຖິງປັດຈຸບັນປະກອບມີ: ອີຣານ, ຊີຣີ ແລະ ຊູດັງ ເນື່ອງຈາກລັດຖະບານສະຫະລັດບໍ່ເຄີຍສະແດງຫຼັກຖານໄດ້ຢ່າງຊັດເຈນວ່າ ເກົາຫຼີເໜືອມີພຶດຕິກຳສະໜັບສະໜູນກຸ່ມກໍ່ການຮ້າຍຢ່າງສະໜ່ຳສະເໜີ ນອກຈາກນີ້ ສະຫະລັດຕ້ອງການໃຊ້ການປ່ຽນແປງຄັ້ງນີ້ ນຳໄປສູ່ການເພີ່ມມາດຕະການຂວໍ້າບາດການຄ້າຂາຍນ້ຳມັນລະຫວ່າງປະຊາຄົມໂລກກັບເກົາຫຼີເໜືອ ແຕ່ຕ້ອງມາຄາກັບຈີນປະເທດດຽວມີສະແດງບົດບາດທີ່ແຕກຕ່າງກັບເກົາຫຼີເໜືອ.




No comments

Powered by Blogger.