ຜູ້ນຳລັດເຊຍ ແລະ ຊີຣີ ປຶກສາຫາລື ເພື່ອຫາແນວທາງສ້າງສັນຕິພາບຄືນສູ່ຊີຣີ - ອິດສະຫຼະ

ຜູ້ນຳລັດເຊຍ ແລະ ຊີຣີ ປຶກສາຫາລື ເພື່ອຫາແນວທາງສ້າງສັນຕິພາບຄືນສູ່ຊີຣີ



ສຳນັກຂ່າວຕ່າງປະເທດລາຍງານ 21 ພະຈິກ 2017 ວ່າ: ທຳນຽບເຄຼມລິນອອກຖະແຫຼງການວ່າ ທ່ານ ປູຕິນ ປະທານປະເທດລັດເຊຍ ໄດ້ໃຫ້ການຕ້ອນຮັບທ່ານ ບາຊາ ແອວ-ອັສຊັດ ປະທານປະເທດຊີຣີ ທີ່ເມືອງໂຊຊີ ປະເທດລັດເຊຍ ເມື່ອວັນຈັນທີ່ຜ່ານມາ, ໂດຍຜູ້ນຳທັງສອງໄດ້ໃຊ້ເວລາສົນທະນາກັນປະມານ 4 ຊົ່ວໂມງ ໂດຍຫົວຂໍ້ທີ່ສຳຄັນໃນການປຶກສາຫາລືຄັ້ງນີ້ແມ່ນສະຖານະການການສູ້ຮົບຕໍ່ຕ້ານກຸ່ມກໍ່ການຮ້າຍ ແລະ ແນວທາງນະໂຍບາຍການສ້າງສັນຕິພາບຄືນສູ່ຊີຣີ ເຊິ່ງຜູ້ນຳລັດເຊຍກໍ່ກ່າວຊົມເຊີຍຕໍ່ຄວາມຄືບໜ້າຂອງລັດຖະບານຊີຣີ ແລະ ພັນທະມິດ ໃນການປາບປາມຜູ້ຮຸກຮານ ແລະ ເຫັນດີວ່າສະຖານະການໃນຕອນນີ້ຄວນປ່ຽນຈາກທີ່ເນັ້ນປະຕິບັດການທາງການທະຫານ ມາເປັນການໃຫ້ຄວາມສຳຄັນກັບແນວທາງສ້າງສັນຕິພາບຕາມຂະບວນການທາງການທູດຫຼາຍຂຶ້ນ.

ຖະແຫຼງການຂອງທຳນຽບເຄຼມລິນຍັງລະບຸວ່າ ຜູ້ນຳລັດເຊຍມີກຳນົດປຶກສາຫາລືທາງໂທລະສັບກັບທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ແລະ ຜູ້ນຳລັດຖະບານໃນຕາເວັນອອກກາງອີກຫຼາຍປະເທດ ໃນວັນອັງຄານນີ້ ເພື່ອຫາແນວທາງແກ້ໄຂບັນຫາໃນຊີຣີ, ເຊິ່ງເກີດຂຶ້ນພຽງ 1 ອາທິດກ່ອນການເຈລະຈາສັນຕິພາບຊີຣີຮອບໃໝ່ ທີ່ສະຫະປະຊາຊາດ​ (UN) ຈະເປັນເຈົ້າພາບຈັດຂຶ້ນ ທີ່ນະຄອນຫຼວງເຈນນິວາ ປະເທດສະວິດ ໃນວັນທີ 28 ພະຈິກ 2017 ນີ້.

ນອກຈາກນັ້ນແລ້ວ, ທ່ານ ປູຕິນ ກໍ່ຍັງຈະໄດ້ມີປຶກສາຫາລືກັບທ່ານ ຮັນຊັນ ໂຣຮານີ ປະທານປະເທດອີຣານ ແລະ ທ່ານ ເຣເຊັບ ເທຢິບ ເອີໂດກັນ ປະທານປະເທດຕວັກກີ ທີ່ເມືອງໂຊຊີ ປະເທດລັດເຊຍ ໃນວັນພຸດນີ້ຕາມເວລາທ້ອງຖິ່ນ ເພື່ອຫາແນວທາງໃນການປະຕິບັດງານຮ່ວມກັນຕໍ່ກັບບັນຫາດັ່ງກ່າວ.

ສຳນລັບການພົບປະກັນລະຫວ່າງທ່ານ ປູຕິນ ແລະ ທ່ານ ອັສຊັດ ທີ່ລັດເຊຍໃນຄັ້ງນີ້ ຖືເປັນຄັ້ງທຳອິດໃນຮອບ 2 ປີ ໂດຍຄັ້ງຫຼ້າສຸດເກີດຂຶ້ນເມື່ອວັນທີ 20 ຕຸລາ 2015 ຫຼື ພຽງບໍ່ພໍເທົ່າໃດອາທິດພາຍຫຼັງທີ່ລັດເຊຍເລີ່ມປະຕິບັດການທາງທະຫານໃນຊີຣີຢ່າງເປັນທາງການ ຕາມຄຳເຊີນຂອງລັດຖະບານຊີຣີ ແລະ ກາຍເປັນການສ້າງຈຸດປ່ຽນແປງຄັ້ງສຳຄັນ ໃຫ້ກັບສົງຄາມກາງເມືອງໃນຊີຣີທີ່ແກ່ຍາວມາຕັ້ງແຕ່ປີ 2011 ແລະ ລັດຖະບານຊີຣີກໍ່ຖືວ່າການເຂົ້າມາຂອງລັດເຊຍ ບໍ່ແມ່ນການແຊກແຊງທາງການເມືອງ ແຕ່ເປັນການໃຫ້ຄວາມຊ່ວຍເຫຼືອຕາມການຮ້ອງຂໍ.



No comments

Powered by Blogger.