ລັດຖະມົນຕີກະຊວງປ້ອງກັນປະເທດຂອງລາວ ເດີນທາງຢ້ຽມຢາມ ແລະ ປະຕິບັດໜ້າທີ່ຢູ່ມຽນມາ
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
![](https://blogger.googleusercontent.com/img/b/R29vZ2xl/AVvXsEhmH_0ndDTiUbJpyFo4Y8t_x4yyN5Y-Ozf0q2sussQr_2Bk0hO-jk-zwtWrLIeIF1PlYone85Mw3USr-KOc3hF08hJpeWxZHMjNppYfQ9F9PDL-hCIq7WDscljFw7sWJS312Rpu6uJb6KKU/s1600/865.jpg)
ໜັງສືພິມກອງທັບປະຊາຊົນລາວລາຍງານ 21 ພະຈິກ 2017 ວ່າ: ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກກະຊວງປ້ອງກັນປະເທດຂອງລາວ ພ້ອມດ້ວຍຄະນະໄດ້ເດີນທາງໄປຢ້ຽມຢາມມຽນມາ ຕາມຄຳເຊື້ອເຊີນຂອງທ່ານ ພົນເອກ ອາວຸໂສ ມິນ ອ່ອງຫຼ່າຍ ຜູ້ບັນຊາການທະຫານສູງສຸດຂອງມຽນມາ ໃນລະຫວ່າງວັນທີ 19-23 ພະຈິກ 2017 ນີ້.
![](https://blogger.googleusercontent.com/img/b/R29vZ2xl/AVvXsEjlbfLoi2WQGuog9TZ_VfK8kMz35QiWssffv3UVTLyVfltd1It_qCsKF2Bes9Sh6PtCzk467vK0R14KfnSwXjOf37dIgC5FUmy47fdKcs4UJCQuGA_mZ5a19ErC-5gNSNl1Clw4ejndcopa/s1600/862.jpg)
ໂດຍທັງສອຝ່າຍໄດ້ພົບປະແລກປ່ຽນ ແລະ ແຈ້ງສະພາບການກ່ຽວກັບການພັດທະນາເສດຖະກິດ-ສັງຄົມຢູ່ພາຍໃນປະເທດຂອງຕົນໃຫ້ກັນຊາບ ແລະ ພ້ອມກັນທົບທວນຄືນເຖິງໝາກຜົນຂອງການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນໄລຍະຊຸມປີທີ່ຜ່ານມາ ພ້ອມກັບວາງທິດທາງແຜນການຮ່ວມມືກັນໃນຕໍ່ໜ້າ, ເຊິ່ງເຫັນວ່າ: ຫາກຜົນຂອງສາຍພົວພັນການຮ່ວມມືລະຫວ່າງສອງຊາດ, ສອງກອງທັບລາວ-ມຽນມາໄດ້ຮັບການເສີມຂະຫຍາຍຂຶ້ນຢ່າງບໍ່ຢຸດຢັ້ງ.
ຄະນະຜູ້ແທນລະດັບສູງຂອງສອງປະເທດໄດ້ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນຢ່າງເປັນປົກກະຕິ, ດ້ານວຽກງານຊາຍແດນຂອງສອງປະເທດແມ່ນມີຄວາມສະຫງົບໂດຍພື້ນຖານປັດສະຈາກບັນຫາຕ່າງໆທີ່ກະທົບກະເທືອນເຖິງອະທິປະໄຕຂອງແຕ່ລະປະເທດ, ປະຊາຊົນສອງຊາດທຳມາຫາກິນ ແລະ ຄ້າຂາຍໄປມາຫາສູ່ກັນຢ່າງສະຫງົບສຸກ, ການປັກຫຼັກໝາຍຊາຍແດນຂອງສອງປະເທດແມ່ນໄດ້ຮັບຜົນສຳເລັດຢ່າງຖາອວນດ້ວຍເວລາອັນສັ້ນ ເຊິ່ງບໍ່ເຄີຍມີມາໃນປະຫວັດສາດແຫ່ງການພົວພັນຂອງສອງປະເທດ.
![](https://blogger.googleusercontent.com/img/b/R29vZ2xl/AVvXsEj-aSiPzcLlG484b-fUsUho8aM_BHl-AuDZgeY2w3nVI3M5dz_vnu6R0GawRKKZKsh_dGGUsCofsZa97-hZDVmWVoc2owQ5cQ5iTm4GfyMazfmr6q_x3djuY_zBFvq_XlhMnVMKdZilx9I9/s1600/863.jpg)
ນອກຈາກນັ້ນທັງສອງຝ່າຍຍັງໄດ້ຮ່ວມມືກັນປາບປາມການຄ້າຂາຍຂອງເຖື່ອນ, ຢາເສບຕິດຢູ່ຕາມບໍລິເວນຊາຍແດນ, ການຮ່ວມມືທາງດ້ານການທ່ອງທ່ຽວ, ການຄ້າ ແລະ ອື່ນໆ, ການຮ່ວມມືລະຫວ່າງສອງກອງທັບລາວ-ມຽນມາ ແມ່ນໄດ້ຮັບການເພີ່ມພູນຄູນສ້າງ ແລະ ງອກງາມຂຶ້ນເລື້ອຍໆ ໂດຍມີຫ້ອງການທີ່ປຶກສາທູດຝ່າຍທະຫານຕັ້ງຢູ່ແຕ່ລະປະເທດ, ມີຄະນະກຳມະການ, ອະນຸກຳມະການຊາຍແດນຂັ້ນສູນກາງ ແລະ ທ້ອງຖິ່ນແຕ່ລະໆດັບ ເພື່ອແລກປ່ຽນຂໍ້ມູນຂ່າວສານ ເຮັດໃຫ້ບໍລິເວນຊາຍແດນມີຄວາມສະຫງົບກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື.
ຈາກນັ້ນກໍ່ໄດ້ເຊັນບົດບັນທຶກຄວາມຊົງຈຳ ເພື່ອເປັນບ່ອນອີງໃນການຮ່ວມມືກັນໃນຄັ້ງຕໍ່ໄປ ແລະ ໃນມື້ດຽວກັນນີ້ຄະນະຜູ້ແທນທະຫານຂັ້ນສູງຂອງກອງທັບປະຊາຊົນລາວ ນຳໂດຍທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ພ້ອມດ້ວຍຄະນະໄດ້ເຂົ້າວາງພວງມາລາ ຢູ່ອະນຸສອນສະຖານຄວາມຊົງຈຳນັກຮົບເກົ່າກອງທັບມຽນມາທີ່ເສຍສະຫຼະຊີວິດໃນປາງສົງຄາມຕ້ານຈັກກະພັດຜູ້ຮຸກຮານຢ່າງອົງກາດກ້າຫານຈົນເຮັດໃຫ້ປະຊາຊາດໄດ້ຮັບການປົດປ່ອຍຢ່າງສົມບູນ (ຕາມຂໍ້ມູນມຽນມາ).
![](https://blogger.googleusercontent.com/img/b/R29vZ2xl/AVvXsEhzBuMt-AGr44A4Vm1M0Cad1SAXR7_C_eobVRsZnvnY7u2xGZUqkbTPZ9_D7IgjTVFiJABnPeC5FEXX4YJP0ZHGZieB0xWNw4zXx13D6aV5Ub2v8LjZNhFjJgEKsTYXPrBqCs-0UdqiGvGh/s1600/866.jpg)
ແລະ ເນື່ອງໃນໂອກາດເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ມຽນມາໃນຄັ້ງນີ້ຂອງລັດຖະມົນຕີກະຊວງປ້ອງກັນປະເທດລາວ ພ້ອມດ້ວຍຄະນະຍັງໄດ້ເຂົ້າຢ້ຽມຂ່ຳນັບທ່ານ ອູ ທິນ ຈໍ ປະທານປະເທດມຽນມາ, ເຊິ່ງທ່ານ ອູ ທິນ ຈໍໄດ້ກ່າວສະແດງຄວາມຊົມເຊີຍຕໍ່ຄະນະຜູ້ແທນທະຫານຂັ້ນສູງຂອງກອງທັບປະຊາຊົນລາວ ທີ່ເດີນທາງມາຢ້ຽມຢາມສອງຊາດ, ສອງກອງທັບ ແລະ ເຮັດໃຫ້ສາຍພົວພັນຂອງປະຊາຊົນສອງຊາດລາວ-ມຽນມາໄດ້ຮັບການຖະນຸຖະໜອມ, ຮັດແໜ້ນ ແລະ ງອກງາມຍິ່ງໆຂຶ້ນ, ພ້ອມທັງໄດ້ອວຍພອນໃຫ້ຄະນະຜູ້ແທນທະຫານຂັ້ນສູງຂອງກອງທັບປະຊາຊົນລາວ ໃນການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ມຽນມາໃນຄັ້ງນີ້ໃຫ້ໄດ້ຮັບຜົນສຳເລັດຢ່າງຈົບງາມ.
![](https://blogger.googleusercontent.com/img/b/R29vZ2xl/AVvXsEhBtaKP52IbF5au_lafZ-13vCkKm6QOLuek8D8ciHovLs95k7pMF6rjkA-mQpN5emQq12zggKQSVP8KAuaBogwiYZg8g5LvGMkPI32fVJTAysD7vHQkBHGmKQ2S5eeqxPNOHl8TqjV9N4Zu/s1600/867.jpg)
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
ສະແດງຄວາມຄິດເຫັນ