(ວິດີໂອ) ນາງແບບຈີນລົ້ມກາງເວທີລະດັບໂລກ Victoria's Secret ກາຍເປັນກະແສໃນຂ້າມຄືນ - ອິດສະຫຼະ

(ວິດີໂອ) ນາງແບບຈີນລົ້ມກາງເວທີລະດັບໂລກ Victoria's Secret ກາຍເປັນກະແສໃນຂ້າມຄືນ



ງານແຟຊັ້ນໂຊຂອງ Victoria's Secret ເປີດສາກຂຶ້ນທີ່ນະຄອນຊຽງໄຮ ຂອງຈີນເມື່ອຄືນວານນີ້ ໂດຍມີນາງແບບລະດັບຕົ້ນໆຂອງໂລກກວ່າ 50 ຄົນປະຊັນການເດີນແບບເທິງເວທີ ໃນຊຸດຊັ້ນໃນ ເຊັກຊີແບບ "ນາງຟ້າ" ແຕ່ນາງແບບຊື່ດັ່ງຂອງຈີນ ນາງ ຊີ ເມິງເຫຍົາ ຫຼື ໝິງ ຊີ ທີ່ເດີນແບບກັບ Victoria's Secret ທຸກປີມາຕັ້ງແຕ່ປີ 2013 ໄດ້ເສຍຫຼັກລົ້ມລົງກາງເວທີຂະນະທັກທາຍຜູ້ຊົມ.

ວິດີໂອທີ່ ໝິງ ຊີ ລົ້ມກາຍເປັນກະແສໃນໂລກອອນລາຍຂອງຈີນ ແລະ ເປັນຫົວຂໍ້ສົນທະນາທີ່ຮ້ອນແຮງທີ່ສຸດໃນ Weibo ສື່ອອນລາຍອັນດັບ 1 ຂອງຈີນ ແລະ ເປັນກະແສທີ່ຊາວອອນລາຍທົ່ວໂລກໃຫ້ຄວາມສົນໃຈ.

ເຊິ່ງ ໝິງ ຊີ ກໍ່ໄດ້ອອກມາຂໍໂທດຂໍອະໄພໃນເວັບ Weibo ແລະ ໃນເວລາບໍ່ເຖິງຊົ່ວໂມງມີຄົນເຂົ້າໄປກົດ Like ກວ່າ 360,000 ຄົນ, ສະແດງຄວາມຄິດເຫັນກວ່າ 1 ແສນຄັ້ງ ແລະ  Share ອີກ 40,000 ຄັ້ງ ເພື່ອເປັນກຳລັງໃຈໃຫ້ກັບ ໝິງ ຊີ.

ໂດຍ ໝິງ ຊີ ເອງບອກວ່າ "ຂໍອະໄພທີ່ເຮັດໃຫ້ທຸກຄົນຜິດຫວັງ ແລະ ຂອບໃຈສຳລັບຄວາມຫ່ວງໃຍ ຂ້າພະເຈົ້າເຄີຍລົ້ມເທິງເສັ້ນທາງສາຍນີ້ມາຫຼາຍຄັ້ງ ແຕ່ຮູ້ສຶກວ່າເຈັບເທົ່າໃດກໍ່ບໍ່ສຳຄັນ ເສັ້ນທາງສູ່ອະນາຄົດຍັງອີກຍາວໄກ ເພາະສະນັ້ນຈຶ່ງຢຸດບໍ່ໄດ້".


No comments

Powered by Blogger.