(ວິດີໂອ) ແນະນຳຕົວຂອງ ນຸ້ຍ ສຸພາພອນ ແມ່ຍິງລາວຄົນທຳອິດໃນເວທີ Miss Universe - ອິດສະຫຼະ

(ວິດີໂອ) ແນະນຳຕົວຂອງ ນຸ້ຍ ສຸພາພອນ ແມ່ຍິງລາວຄົນທຳອິດໃນເວທີ Miss Universe



ນາງ ສຸພາພອນ ສົມວິຈິດ ຫຼື ນຸ້ຍ ອາຍຸ 20 ປີ ເປັນແມ່ຍິງລາວຜູ້ທຳອິດທີ່ໄດ້ເຂົ້າຮ່ວມເວທີການປະກວດລະດັບໂລກ Miss Universe 2017 ຫຼື ນາງງາມຈັກກະວານ, ໂດຍການປະກວດຮອບຕັດສິນ ໃນປີນີ້ແມ່ນຈັດຂຶ້ນທີ່ ລັສ ເວກັສ ປະເທດສະຫະລັດ ອາເມຣິກາ ໃນວັນທີ 26 ພະຈິກ 2017 ນີ້ ຕາມເວລາທ້ອງຖິ່ນ, ກົງກັບເວລາໃນລາວແມ່ນວັນທີ 27 ພະຈິກ 2017 ໃນເວລາ 07:00-10:00 ນາທີ.

ເວທີນາງງາມຈັກກະວານ ຖືໄດ້ວ່າເປັນເວທີນາງງາມລະດັບຕົ້ນໆຂອງໂລກ ທີ່ເລີ່ມປະກວດຄັ້ງທຳອິດໃນປີ 1952, ໂດຍໃນປັດຈຸບັນການແຂ່ງຂັນຈະຄັດເລືອກສາວງາມຈາກປະເທດທີ່ສົ່ງເຂົ້າປະກວດ ໂດຍຜ່ານຮອບ Prelimnary ເຊິ່ງຄະແນນຈາກສ່ວນນີ້ຈະສົ່ງຜົນຕໍ່ການເຂົ້າຮອບໃນມື້ປະກວດແທ້ ໂດຍຈະແຍກເປັນຄະແນນທີ່ມາຈາກການເດີນແບບຊຸດລອຍນ້ຳ (Swimming Suit Competition), ການເດີນແບບຊຸດລາຕີ (Evening Gown Competition) ແລະ ການສຳພາດຕໍ່ໜ້າຄະນະກຳມະການ (Interview) ໂດຍເມື່ອຈົບຈາກຮອບບນີ້ ໃນມື້ປະກວດຮອບຕັດສິນ ຈະມີການປະກາດຜູ້ທີ່ໄດ້ຄະແນນສະສົມຈາກຮອບ Prelimnary ສູງສຸດ 12 ອັນດັບ ແລະ 1 ຄົນຈາກການໂຫວດ ເພື່ອເຂົ້າຮອບ 13 ຄົນສຸດທ້າຍ (Semifinalist) ຈາກນັ້ນຜູ້ເຂົ້າປະກວດທັງ 13 ຄົນ ຈະຕ້ອງເດີນປະກວດໃນຊຸດລອຍນໍ້າ, ເພື່ອຄັດເຂົ້າຮອບ 9 ຄົນຕໍ່ໄປ, ໂດຍຮອບ 9 ຄົນສຸດທ້າຍ ຈະໃຊ້ການເດີນແບບຊຸດລາຕີຕັດສິນຜູ້ເຂົ້າຮອບ 6 ຄົນສຸດທ້າຍ ແລະ ຜູ້ເຂົ້າຮອບ 6 ຄົນສຸດທ້າຍ ຈະຕ້ອງຕອບຄຳຖາມຈາກຄະນະກຳມະການ ໂດຍຄຳຖາມທີ່ແຕກຕ່າງກັນ ເພື່ອຄັດເຂົ້າຮອບ 3 ຄົນສຸດທ້າຍ, ໂດຍຮອບ 3 ຄົນສຸດທ້າຍ ຈະຕ້ອງຕອບຄຳຖາມຈາກກຳມະການ ໂດຍຄຳຖາມຈະເປັນຄຳຖາມດຽວກັນ ແລ້ວຄະແນນໃນຮອບຕ່າງໆທີ່ຜ່ານມາ ຈະຖືກລົບຖິ້ມ ແລະ ເລີ່ມຕົ້ນໃໝ່ທີ່ການຕອບຄຳຖາມຈາກກຳມະການ ກ່ອນທີ່ກຳມະການແຕ່ລະຄົນ ຈະພິຈາລະນາເຖິງຄວາມເໝາະສົມໃນຕຳແໜ່ງຕ່າງໆອີກຄັ້ງຈາກ (Final Look) ແລະ ເປັນຜົນການຕັດສິນອອກມາວ່າໃຜຈະເປັນຜູ້ຄອງມົງກຸດ Miss Universe ຫຼື ນາງງາມຈັກກະວານ.



No comments

Powered by Blogger.