ທ່ານ ມູກາເບ ລາອອກແລ້ວ ເຊິ່ງຄອງປະເທດມາແຕ່ປີ 1980, ປະຊາຊົນໂຮຮ້ອງສະຫຼອງໄຊ - ອິດສະຫຼະ

ທ່ານ ມູກາເບ ລາອອກແລ້ວ ເຊິ່ງຄອງປະເທດມາແຕ່ປີ 1980, ປະຊາຊົນໂຮຮ້ອງສະຫຼອງໄຊ



ສຳນັກຂ່າວຕ່າງປະເທດລາຍງານ 22 ພະຈິກ 2017 ວ່າ: ວິກິດການເມືອງໃນປະເທດຊິມບຳເວ ທີ່ສັ່ນຄອນມາຕະຫຼອດໄລຍະອາທິດທີ່ຜ່ານມາ ອັນເນື່ອງມາຈາກການເຂົ້າຄວບຄຸມອຳນາດຂອງກອງທັບ ແລະ ການຂັບໄລ່ອອກຈາກພັກລັດຖະບານ ພັກສະຫະພາບແຫ່ງຊາດຊິມບຳເວອາຟຣິກັນ ຫຼື ຊານູ-ພີເອັບຂອງທ່ານ ໂຣເບິດ ມູກາເບ ປະທານປະເທດແຫ່ງຊິມບຳເວໃນໄວອາຍຸ 93 ປີ ກໍ່ເຖິງຈຸດສິ້ນສຸດລົງເມື່ອວັນອັງຄານທີ່ຜ່ານມາ ເມື່ອທ່ານ ມູກາເບ ປະກາດລາອອກຈາກຕຳແໜ່ງໃນຊ່ວງໄລຍະເວລາທີ່ບໍ່ດົນ ພາຍຫຼັງທີ່ສະພາໄດ້ເລີ່ມການປະຊຸມເພື່ອເຂົ້າສູ່ຂະບວນການຖອດຖອນທ່ານ ມູກາເບ ອອກຈາກຕຳແໜ່ງຕາມຄວາມຜິດໃນຂໍ້ຫາຮ້າຍແຮງ ເພາະເປັນວິທີການດຽວໃນທາງກົດໝາຍທີ່ຈະສາມາດຖອດຖອນປະທານປະເທດອອກຈາກຕຳແໜ່ງໄດ້.


ພາຍຫຼັງທີ່ທ່ານ ມູກາເບ ລາອອກໄດ້ມີການສະເຫຼີມສະຫຼອງເກີດຂຶ້ນໃນທັນທີ່ຈາກປະຊາຊົນທີ່ຮ່ວມກັນຊຸມນຸມໃນນະຄອນຫຼວງຮາຣາເຣ ໂດຍສະເພາະບໍລິເວນດ້ານໜ້າສະພາ ເມື່ອມີຄຳຖະແຫຼງຈາກປະທານສະພາ ທ່ານ ຈາຄັອບ ມູເດນດາວ່າ ທ່ານ ມູກາເບ ໄດ້ລາອອກຈາກຕຳແໜ່ງແລ້ວ ດັ່ງນັ້ນ, ຂະບວນການພິຈາລະນາຖອດຖອນອອກຈາກຕຳແໜ່ງເປັນອັນຍຸດຕິ, ປະຊາຊົນທີ່ຊຸມນຸມຕ່າງພາກັນໂຮຮ້ອງ, ບີບແກລົດໄປຕາມຖະໜົນທົນທາງໃນນະຄອນຫຼວງຮາຣາເຣ ເມື່ອຮູ້ຂ່າວການສິ້ນສຸດການຄອງອຳນາດຂອງທ່ານ ມູກາເບ ເຊິ່ງຂຶ້ນເປັນຜູ້ນຳປະເທດຊິມບຳເວ ມາຕັ້ງແຕ່ໄດ້ຮັບເອກະລາດເມື່ອປີ 1980 ເປັນຕົ້ນມາ.




No comments

Powered by Blogger.