(ວິດີໂອ) ນາທີທະຫານເກົາຫຼີເໜືອ ໜີຂ້າມຊາຍແດນເຂົ້າເກົາຫຼີໃຕ້ - ອິດສະຫຼະ

(ວິດີໂອ) ນາທີທະຫານເກົາຫຼີເໜືອ ໜີຂ້າມຊາຍແດນເຂົ້າເກົາຫຼີໃຕ້



ສຳນັກຂ່າວຕ່າງປະເທດລາຍງານ 22 ພະຈິກ 2017 ວ່າ: ສູນບັນຊາການສະຫະປະຊາຊາດ (UNC) ເຊິ່ງສັງເກດການ ແລະ ຄວບຄຸມສະຖານະການດ້ານຄວາມໝັ້ນຄົງບໍລິເວນເຂດປອດທະຫານ (DMZ) ບໍລິເວນໝູ່ບ້ານປັກມຸນຈອມ ທີ່ຕັ້ງຢູ່ເຄິ່ງກາງຂອງເສັ້ນຂະໜາດທີ 38 ລະຫວ່າງເກົາຫຼີໃຕ້ກັບເກົາຫຼີເໜືອ ເຜີຍແຜ່ວິດີໂອຄວາມຍາວ 7 ນາທີ ເປັນສະຖານະການບໍລິເວນເຂດປອດທະຫານເມື່ອຕອນບ່ອຍຂອງວັນທີ 13 ພະຈິກ 2017 ທີ່ຜ່ານມາ ທີ່ມີທະຫານເກົາຫຼີເໜືອຄົນໜຶ່ງຂັບລົດຫຼົບໜີຂ້າມຊາຍແດນ ແລະ ຖືກຝ່າຍດຽວກັນຍິງຈົນໄດ້ຮັບບາດເຈັບສາຫັດ ກ່ອນທະຫານເກົາຫຼີໃຕ້ຈະເຂົ້າໄປຊ່ວຍເຫຼືອ.

ຂະນະທີ່ພົນເອກ ວິນເຊນ ບຣູດ ຜູ້ບັນຊາການ UNC ແລະ ຜູ້ບັນຊາການທະຫານກອງທັບສະຫະລັດປະຈຳຢູ່ແຫຼມເກົາຫຼີກ່າວວ່າ ການຕັດສິນໃຈຂອງທະຫານເກົາຫຼີໃຕ້ທັງສາມນາຍ "ເໝາະສົມແລ້ວ" ແລະ ເຕືອນວ່າລັດຖະບານເກົາຫຼີເໜືອໄດ້ລະເມີດຂໍ້ຕົກລົງຢຸດຍິງສະບັບປີ 1950 ເມື່ອທະຫານເກົາຫຼີເໜືອນາຍໜຶ່ງລໍ້າເສັ້ນແບ່ງເຂດທາງທະຫານ (MDL) ດົນຫຼາຍນາທີ ເພື່ອຕາມລ່າທະຫານທີ່ໄດ້ຮັບບາດເຈັບ, ເຖິງຢ່າງໃດກໍ່ຕາມ ພົນເອກ ບຣູດ ຢືນຢັນວ່າ UNC ສາມາດຄວບຄຸມສະຖານະການໃນມື້ນັ້ນໄດ້ ແລະ ຮຽກຮ້ອງໃຫ້ລັດຖະບານເກົາຫຼີເໜືອປະຕິບັດຕາມຂໍ້ຕົກລົງຢຸດຍິງຢ່າງເຂັ້ມງວດ.

ເຊິ່ງເກົາຫຼີເໜືອເອງ ກໍ່ຍັງບໍ່ໄດ້ສະແດງທ່າທີ່ຕໍ່ເຫດການທີ່ DMZ ໃນຄັ້ງນີ້, ດ້ານສຳນັກຂ່າວຢອນຮັບຂອງເກົາຫຼີໃຕ້ລາຍງານໂດຍອ້າງແຫຼ່ງຂ່າວລະດັບສູງໃນລັດຖະບານເກົາຫຼີໃຕ້ວ່າ ທະຫານເກົາຫຼີເໜືອຄົນດັ່ງກ່າວຟື້ນຕົວແລ້ວ ຫຼັງເຂົ້າຮັບການຜ່າຕັດໃຫຍ່ 2 ຄັ້ງ ໂດຍຈະໃຊ້ເວລາພັກຟື້ນອີກໄລຍະໜຶ່ງ ກ່ອນເຂົ້າຮັບການສອບປາກຄຳຈາກເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງຂອງເກົາຫຼີໃຕ້ຕໍ່ໄປ.



No comments

Powered by Blogger.