ດາວທຽມລາວ ຈະສາມາດຄືນທຶນໄດ້ພາຍໃນ 10 ປີ ຈາກອາຍຸການໃຊ້ງານທັງໝົດ 15 ປີ - ອິດສະຫຼະ

ດາວທຽມລາວ ຈະສາມາດຄືນທຶນໄດ້ພາຍໃນ 10 ປີ ຈາກອາຍຸການໃຊ້ງານທັງໝົດ 15 ປີ



ສຳນັກຂ່າວສານປະເທດລາວລາຍງານວ່າ: ບໍລິສັດ ດາວທຽມລາວ ເອເຊຍ ປາຊີຟິກ ຈຳກັດ ຄາດວ່າພາຍໃນ 10 ປີ ໂຄງການດຽວທຽມລາວ ຈະສາມາດກູ້ທຶນຄືນ, ພາຍຫຼັງທີ່ລາວປ່ອຍດາວທຽມດວງທຳອິດຂຶ້ນສູ່ວົງໂຄຈອນໃນເດືອນ ພະຈິກ 2015 ດ້ວຍມູນຄ່າການລົງທຶນ 258 ລ້ານໂດລາສະຫະລັດ, ໂດຍມີອາຍຸການໃຊ້ງານທັງໝົດ 15 ປີ, ຂະນະທີ່ມາຮອດປັດຈຸບັນມີບໍລິສັດທັງພາຍໃນ ແລະ ຕ່າງປະເທດໃຫ້ຄວາມສົນໃຈເຂົ້າມາເຊົ່າປ່ອງຮັບສົ່ງຜ່ານສັນຍານຈຳນວນຫຼາຍ.


ທ່ານ ດິງ ຢົງປິງ (Ding Yongbing) ຜູ້ອຳນວຍການບໍລິສັດ ດາວທຽມລາວ ເອເຊຍ ປາຊີຟິກ ຈຳກັດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 20 ພະຈິກ 2017 ທີ່ຜ່ານມາວ່າ: ປັດຈຸບັນມີບໍລິສັດພາຍໃນ 5 ບໍລິສັດໄດ້ເຊົ່າສັນຍານຈາກດາວທຽມລາວ ແລະ ບໍລິສັດຕ່າງປະເທດຈຳນວນໜຶ່ງ ໃນນັ້ນມີຮົງກົງ (ສປ.ຈີນ), ປະເທດຈີນຕອນໃຕ້ ແລະ ອິນໂດເນເຊຍ ເຊິ່ງກວມອັດຕາສ່ວນຫຼາຍກວ່າໝູ່ ໄດ້ເຊົ່າໄປແລ້ວ 5 ຕຼານສະປອນເດີ (ປ່ອງຮັບສົ່ງຜ່ານສັນຍານ) ແລະ ຍັງຈະເຊົ່າອີກ 3 ຕຣານສະປອນເດີ ໃນອະນາຄົດອັນໃກ້ນີ້ ໂດຍທີ່ບໍລິສັດດາວທຽມລາວ ໄດ້ກຳນົດຕຼຮານສະປອນເດີໄວ້ 17 ປ່ອງ ໄວ້ສຳລັບລູກຄ້າຕ່າງປະເທດ ຈາກທັງໝົດທີ່ມີ 22 ປ່ອງ.


ທ່ານ ຍັງກ່າວຕື່ມວ່າ: ເຖິງຢ່າງໃດກໍ່ຕາມທາງບໍລິສັດ ມີແຜນຈະປຶກສາຫາລືກັບໜ່ວຍງານທີ່ກ່ຽວຂ້ອງຂອງລັດຖະບານ ເພື່ອສ້າງນິຕິກຳມາຄຸ້ມຄອງທຸລະກິດທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ມີບັນຍາກາດການແຂ່ງຂັນທາງດ້ານການບໍລິການກ່ຽວກັບສັນຍານດາວທຽມທີ່ຍຸດຕິທຳ ແລະ ຖືກຕ້ອງຕາມກົດໝາຍຂອງ ສປປ.ລາວ ໃຫ້ເຂົ້າລະບົບລະບຽບ ເພື່ອຈະມີພື້ນຖານໃນການແຂ່ງຂັນທີ່ມີມາດຕະຖານດຽວກັນ. ໃນນັ້ນທາງບໍລິສັດຈະເລັ່ງແກ້ໄຂດ້ານຄຸນນະພາບ ການໃຫ້ບໍລິການທາງຊ່ອງໂທລະພາບ ໂດຍຈະຍົກສູງທາງດ້ານເນື້ອໃນ ເພີ່ມເນື້ອໃນໃຫ້ສາມາດດຶງດູດລູກຄ້າແຕ່ລະປະເພດ ໄດ້ຊົມໃຊ້ທີ່ສະດວກສະບາຍ ປັດຈຸບັນມີ 130 ຊ່ອງໂທລະພາບໃຫ້ບໍລິການ.


ໂຄງການດັ່ງກ່າວເປັນການຮ່ວມທຶນລະຫວ່າງລັດຖະບານລາວ 45%, ບໍລິສັດ China-Pacific Mobile Telecommunications Satellite (APMT) ຂອງຂີນ 35%, ບໍລິສັດ Space Star Technology (SSTC) ຂອງຈີນ 15% ແລະ ບໍລິສັດ Asia Pacific Satellite Technology (APST) (ຮົງກົງ) 5% ເຊິ່ງການເຊັນສັນຍາຮ່ວມທຶນດັ່ງກ່າວ ແມ່ນເພື່ອຄວາມສະດວກໃຫ້ບໍລິສັດຮ່ວມທຶນມີຄວາມສະດວກໃນວຽກບໍລິການ ການສື່ສານຜ່ານດາວທຽມປະເພດຕ່າງໆຢູ່ພາຍໃນ ແລະ ຕ່າງປະເທດເຊັ່ນ: ການສື່ສານສຳລັບວຽກງານຂອງລັດ ການໃຫ້ເຊົ່າຊ່ອງດາວທຽມ, ການບໍລິການໂທລະພາບຜ່ານດາວທຽມ, ການສື່ສານສຳລັບເຂດຊົນນະບົດ ແລະ ຫ່າງໄກສອກຫຼີ, ການສຶກສາ ແລະ ການແພດທາງໄກ, ລະບົບໂທລະຄົມມະນາຄົມ ແລະ ອິນເຕີເນັດການສື່ສານໃນວຽກງານບັນເທົາທຸກ ແລະ ຟື້ນຟູຈາກໄພພິບັດ.

No comments

Powered by Blogger.