ສ.ອາເມຣິກາເພີ່ມການຂວໍ້າບາດເກົາຫຼີເໜືອ ແລະ ບໍລິສັດຂອງຈີນ - ອິດສະຫຼະ

ສ.ອາເມຣິກາເພີ່ມການຂວໍ້າບາດເກົາຫຼີເໜືອ ແລະ ບໍລິສັດຂອງຈີນ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 21 ພະຈິກ 2017 ວ່າ: ທ່ານ ສະຕີບ ມະນູຊິນ ລັດຖະມົນຕີກະຊວງການເງິນສະຫະລັດ ອາເມຣິກາ ຖະແຫຼງເມື່ອວັນອັງຄານທີ່ຜ່ານມາວ່າ ໄດ້ຂຶ້ນບັນຊີດຳເຮືອບັນທຸກສິນຄ້າຂອງເກົາຫຼີເໜືອ 20 ລຳ ລວມທັງບໍລິສັດສັນຊາດເກົາຫຼີເໜືອ ແລະ ຈີນ ລວມທັງໝົດ 13 ແຫ່ງ ຖານສະໜັບສະໜູນໂຄງການພັດທະນາອາວຸດນິວເຄຼຍຂອງເກົາຫຼີເໜືອ ແລະ ຊ່ວຍເຫຼືອລັດຖະບານເກົາຫຼີເໜືອຈາກມາດຕະການຂວໍ້າບາດຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ໂດຍໃນຈຳນວນນີ້ບໍລິສັດຈີນໄດ້ແກ່ບໍລິສັດຕ່ານຕົງ ເກີຫົວ, ຕ່ານຕົງ ຊຽງເຫີ ແລະ ຕ່ານຕົງ ຮົງຕາ ເຊິ່ງມີມູນຄ່າການຄ້າກັບເກົາຫຼີເໜືອລວມກັນສູງເຖິງ 750 ລ້ານໂດລາສະຫະລັດ.

ຂະນະດຽວກັນລັດຖະບານສະຫະລັດໄດ້ຂຶ້ນບັນຊີດຳບໍລິສັດ ເກົາຫຼີ-ໃຕ້ສູ່ໃຕ້ ເຊິ່ງເປັນບໍລິສັດຈັດຫາງານ ແລະ ສົ່ງແຮງງານຊາວເກົາຫຼີເໜືອໄປຍັງປະເທດຕ່າງໆ ທີ່ລວມທັງຈີນ, ລັດເຊຍ, ໂປໂລຍ ແລະ ກຳປູເຈຍ ຖືເປັນຄັ້ງທຳອິດທີ່ສະຫະລັດເນັ້ນເປົ້າໝາຍຕະຫຼາດແຮງງານຂອງເກົາຫຼີເໜືອໂດຍກົງ.

ເຊິ່ງມາດຕະການຂວໍ້າບາດດັ່ງກ່າວເກີດຂຶ້ນພຽງ 1 ວັນ ພາຍຫຼັງທີ່ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ປະກາດນຳເກົາຫຼີເໜືອກັບເຂົ້າສູ່ບັນຊີລາຍຊື່ "ລັດສະໜັບສະໜູນການກໍ່ການຮ້າຍ" ເປັນຄັ້ງທີ 2 ຮ່ວມກັບອີຣານ, ຊີຣີ ແລະ ຊູດັງ ໂດຍໃນສະໄໝການເປັນປະທານປະເທດຂອງທ່ານ ຈອດ ດັບເບີຢູ ບູສ ໄດ້ຖອດເກົາຫຼີເໜືອອອກຈາກບັນຊີລາຍຊື່ດັ່ງກ່າວເມື່ອປີ 2008 ໂດຍເກົາຫຼີເໜືອຖືກບັນຈຸເຂົ້າໃນບັນຊີລາຍຊື່ ລັດສະໜັບສະໜູນການກໍ່ການຮ້າຍ ເປັນຄັ້ງທຳອິດເມື່ອປີ 1988.


No comments

Powered by Blogger.