Air China ງົດຖ້ຽວບິນນະຄອນຫຼວງປັກກິ່ງ-ປຽງຢາງ ແບບບໍ່ມີກຳນົດ - ອິດສະຫຼະ

Air China ງົດຖ້ຽວບິນນະຄອນຫຼວງປັກກິ່ງ-ປຽງຢາງ ແບບບໍ່ມີກຳນົດ



ສຳນັກຂ່າວຕ່າງປະເທດລາຍງານ 22 ພະຈິກ 2017 ວ່າ: ສຳນັກງານໃຫຍ່ຂອງ Air China ຖະແຫຼງວ່າ ການຍຸດຕິຖ້ຽວບິນລະຫວ່າງນະຄອນຫຼວງປັກກິ່ງ-ນະຄອນຫຼວງປຽງຢາງ ເນື່ອງຈາກສະພາບທຸລະກິດບໍ່ດີ ແລະ ບໍ່ໄດ້ລະບຸຈະກັບມາເປີດໃຫ້ບໍລິການອີກຄັ້ງເມື່ອໃດ ໂດຍປົກກະຕິແລ້ວ ຖ້ຽວບິນດັ່ງກ່າວມີຕາຕະລາງບິນໃນວັນຈັນ, ພຸດ ແລະ ສຸກ ເລີ່ມໃຫ້ບໍລິການມາຕັ້ງແຕ່ປີ 2008 ທີ່ຜ່ານມາມີການຍົກເລີການບໍລິການຫຼາຍຄັ້ງ ແລະ ບໍ່ໄດ້ລະບຸສາເຫດທີ່ຊັດເຈນ.

ທັງນີ້, ການຍຸດຕິຖ້ຽວບິນຂອງສາຍການບິນຈີນ ເກີດຂຶ້ນໃນໄລຍະດຽວກັນກັບທີ່ຜູ້ແທນພິເສດລະດັບສູງຂອງຈີນເດີນທາງຢ້ຽມຢາມເກົາຫຼີເໜືອ.

ກ່ອນໜ້ານີ້ ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາປະກາດຂຶ້ນບັນຊີເກົາຫຼີເໜືອເປັນປະເທດທີ່ໃຫ້ການສະໜັບສະໜູນການກໍ່ການຮ້າຍອີກຄັ້ງ ຫຼັງຈາກທີ່ມີການຖອດເກົາຫຼີເໜືອອກຈາກບັນຊີລາຍຊື່ດັ່ງກ່າວເມື່ອ 9 ປີກ່ອນ ໃນສະໄໝການເປັນປະເທດປະເທດຂອງທ່ານ ຈອດ ດັບເບີຢູ ບູສ ໃນປີ 2008 ໂດຍຈະເຮັດໃຫ້ສະຫະລັດສາມາດດຳເນີນມາດຕະການຂວໍ້າບາດຕໍ່ເກົາຫຼີເໜືອໄດ້ເພີ່ມຫຼາຍຂຶ້ນ.

ໂດຍຜູ້ນຳສະຫະລັດກ່າວວ່າ ການທີ່ເກົາຫຼີເໜືອພະຍາຍາມພັດທະນາອາວຸດນິວເຄຼຍ ຖືເປັນການກະທຳທີ່ເປັນການກໍ່ການຮ້າຍຂ້າມຊາດ ພ້ອມທັງລະບຸວ່າ ການຂຶ້ນບັນຊີເກົາຫຼີເໜືອຄວນຈະເກີດຂຶ້ນແຕ່ດົນແລ້ວ.


No comments

Powered by Blogger.