ສົມເດັດພະຈັກກະພັດຂອງຍີ່ປຸ່ນ ກຽມສະຫຼະລາຊະສົມບັດ - ອິດສະຫຼະ

ສົມເດັດພະຈັກກະພັດຂອງຍີ່ປຸ່ນ ກຽມສະຫຼະລາຊະສົມບັດ



ສຳນັກຂ່າວຕ່າງປະເທດລາຍງານ 22 ພະຈິກ 2017 ວ່າ: ທ່ານ ໂຢຊິຮິເດະ ຊູກະ ເລຂາທິການຄະນະລັດຖະມົນຕີຍີ່ປຸ່ນ ຖະແຫຼງວ່າ ວັນທີ 1 ທັນວາ 2017 ນີ້ ລັດຖະບານຍີ່ປຸ່ນ ແລະ ສຳນັກພະລາຊະວັງຈະປະຊຸມກ່ຽວກັບກຳນົດວັນສະຫຼະລາຊະສົມບັດຂອງສົມເດັດພະຈັກກະພັດ ອາກິຮິໂຕະ ທ່າມກາງກະແສຂ່າວວ່າ ອາດເປັນວັນທີ 31 ມີນາ ຫຼື ວັນທີ 30 ເມສາ 2018 ເຊິ່ງຖືໄດ້ວ່າເປັນການສະຫຼະລາຊະສົມບັດຄັ້ງທຳອິດໃນຮອບກວ່າ 200 ປີ, ໂດຍເມື່ອເດືອນສິງຫາ ປີທີ່ຜ່ານມາ ສົມເດັດພະຈັກກະພັດ ອາກິຮິໂຕະ ອາຍຸ 80 ປີ ໄດ້ກ່າວວ່າ ຈະສະຫຼະລາຊະສົມບັດ ເນື່ອງຈາກມີອາຍຸຫຼາຍແລ້ວ ແລະ ຄາດວ່າອົງມົງກຸດລາຊະກຸມມານ ນາຣຸຮິໂຕະ ຈະຂຶ້ນຄອງລາດຕໍ່ຈາກພະລາຊະບິດາ (ພໍ່).

No comments

Powered by Blogger.