ທ່ານນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນຫວຽດນາມ - ອິດສະຫຼະ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນຫວຽດນາມ



ໃນຕອນເຊົ້າຂອງວັນທີ 21 ພະຈິກ 2017 ທີ່ສໍານັກງານນາຍົກລັດຖະມົນຕີ ທ່ານ ທອງລຸນ ສິີສຸລິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ.ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຫງວຽນ ເທກີ່ ກໍາມະການສູນກາງພັກ, ຜູ້ອໍານວຍການໃຫຍ່ ວິທະຍຸກະຈາຍສຽງແຫ່ງຊາດ ສສ.ຫວຽດນາມ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ເດີນທາງມາ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກງານຢູ່ ສປປ.ລາວ ຢ່າງເປັນທາງການ ແຕ່ວັນທີ 18-21 ພະຈິກ 2017 ນີ້.


ກ່ອນອື່ນ ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ຫງວຽນ ເທກີ່ ພ້ອມດ້ວຍຄະນະ ໃນຄັ້ງນີ້ ເພື່ອເປັນການປະກອບສ່ວນສໍາຄັນ ໃນການເສີມຂະຫຍາຍຮັດແໜ້ນ ສາຍພົວພັນຮ່ວມມືທີ່ມີມາແຕ່ດົນນານ, ມູນເຊື້ອຄວາມສາມັກຄີພິເສດ ລະຫວ່າງ ສອງພັກ, ສອງລັດ ກໍ່ຄື ປະຊາຊົນທັງສອງຊາດ ລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ. ອີກເທື່ອໜຶ່ງ ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈມາຍັງ ພັກ-ລັດ ກໍ່ຄື ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການຊຸກຍູ້, ຊ່ວຍເຫຼືອ ສປປ ລາວ ໃນດ້ານຕ່າງໆຕະຫຼອດມາ ໂດຍສະເພາະແມ່ນ ການຊ່ວຍເຫຼືອທາງດ້ານວຽກງານ ວິທະຍຸກະຈາຍສຽງຂອງລາວ ເຊິ່ງເປັນວຽກງານງານໜຶ່ງ ທີ່ເປັນກະບອກສຽງອັນສໍາຄັນ ໃນການປຸກລະດົມ, ຂົນຂວາຍ,ໂຄສະນາເຜີຍແຜ່ ແນວທາງນະໂຍບາຍອັນຖືກຕ້ອງຂອງ ພັກ-ລັດ ໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈ ທັງເປັນການຕີຕ້ານຖ້ອຍທໍານອງ ຂອງພວກຄົນບໍ່ຫວັງດີ ທີ່ຫວັງທໍາລາຍມ້າງເພ, ທັບຖົມໂຈມຕີ ແລະ ໃສ່ຮ້າຍປ້າຍສີລະບອບໃໝ່ຂອງພວກເຮົາ. ນອກນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ຝາກຄວາມຢື້ຢາມຖາມຂ່າວ ໄປຍັງທ່ານເລຂາທິການໃຫຍ່ ພັກຄອມມູນິດຫວຽດນາມ, ທ່ານນາຍົກລັດຖະມົນຕີ ແລະ ບັນດາການນໍາຂັ້ນສູງຂອງ ສສ ຫວຽດນາມ.

ໂອກາດດຽວກັນນີ້, ທ່ານ ທ່ານ ຫງວຽນ ເທກີ່ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານນາຍົກລັດຖະມົນຕີ ທີ່ໄດ້ເສຍສະຫຼະເວລາອັນມີຄ່າ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ໃນຄັ້ງນີ້ ພ້ອມທັງ ແຈ້ງຈຸດປະສົງ ແລະ ຜົນຂອງການເຮັດວຽກກັບ ຂະແໜງການທີ່ກ່ຽວຂ້ອງລາວ ແລະ ສັນຍາວ່າ ຈະສືບຕໍ່ໃຫ້ການຊ່ວຍເຫຼືອ ວຽກງານວິທະຍຸກະສຽງແຫ່ງຊາດຂອງລາວ ໃຫ້ຫຼາຍຂຶ້ນ ໂດຍສະເພາະ ການຊ່ວຍເຫຼືອ ທາງດ້ານເຕັກນິກ, ອຸປະກອນ, ດ້ານເນື້ອໃນ, ການຍົກລະດັບບຸກຄະລາກອນ ແລະ ອື່ນໆ ທັງນີ້ ກໍ່ເພື່ອເຮັດໃຫ້ປະຊາຊົນ ຫັນມານິຍົມ ແລະ ຟັງວິທະຍຸກະສຽງໃຫ້ຫຼາຍຂຶ້ນ.

No comments

Powered by Blogger.