ລັດເຊຍ ນຳສະເໜີແຜ່ນຍຸດທະສາດສັນຕິພາບຊີຣີ ແກ່ບັນດາປະເທດທີ່ກ່ຽວຂ້ອງ - ອິດສະຫຼະ

ລັດເຊຍ ນຳສະເໜີແຜ່ນຍຸດທະສາດສັນຕິພາບຊີຣີ ແກ່ບັນດາປະເທດທີ່ກ່ຽວຂ້ອງ



ສຳນັກຂ່າວຕ່າງປະເທດລາຍງານ 23 ພະຈິກ 2017 ວ່າ: ທ່ານ ປູຕິນ ປະທານປະເທດລັດເຊຍ ຖະແຫຼງຮ່ວມກັບທ່ານ ຮັສຊັນ ໂຣຮານີ ປະທານປະເທດອີຣານ ແລະ ທ່ານ ເຣເຊັບ ເທຢິຍ ເອີໂດກັນ ປະທານປະເທດຕວັກກີ ພາຍຫຼັງສຳເລັດການປະຊຸມວາລະພິເສດຮ່ວມກັນກ່ຽວກັບສະຖານະການໃນຊີຣີ ທີ່ເມືອງໂຊຊີ ປະເທດລັດເຊຍ ເມື່ອວັນພຸດທີ່ຜ່ານມາວ່າ ທັງຝ່າຍລັດຖະບານ ແລະ ຝ່າຍຕໍ່ຕ້ານພາຍໃຕ້ການນຳຂອງຄະນະກຳມາທິການເຈລະຈາລະດັບສູງ (HNC) ທີ່ອາຣັບບີ ຊາອູດິດສະໜັບສະໜູນ ສົມຄວນມີສ່ວນຮ່ວມຢ່າງສ້າງສັນ ໃນການເຈລະຈາສັນຕິພາບຄັ້ງໃໝ່ ເຊິ່ງລັດເຊຍມີແຜນຈະຈັດຂຶ້ນທີ່ເມືອງໂຊຊີ ໃນອະນາຄົດອັນໃກ້ນີ້.


ເຖິງຈະຍັງບໍ່ມີການກຳນົດກອບໄລຍະເວລາຢ່າງຊັດເຈນ ແຕ່ທ່ານ ປູຕິນ ເປີດເຜີຍແນວທາງການປຶກສາຫາລືໃນເບື້ອງຕົ້ນວ່າ ຈະເປັນການຮ່ວມມືໃນແບບຂອງ "ສະພາທີ່ມີສ່ວນຮ່ວມນຳກັນ" ເພື່ອປະສິດທິພາບໃນການຮ່າງກອບແຜນຍຸດທະສາດກຳນົດໂຄງສ້າງອຳນາດລັດໃໝ່ ທີ່ລວມເຖິງການຮ່າງລັດຖະທຳມະນູນສະບັບໃໝ່ ເຊິ່ງເປັນພື້ນຖານຂອງລະບອບການປົກຄອງແບບປະຊາທິປະໄຕ ແລະ ການຈັດການເລືອກຕັ້ງທົ່ວໄປພາຍໃຕ້ການຄວບຄຸມຂອງສະຫະປະຊາຊາດ (UN), ແຕ່ຍັງບໍ່ໄດ້ເປີດເຜີຍວ່າຜູ້ທີ່ຈະເຂົ້າຮ່ວມການປະຊຸມເປັນໃຜແນ່ ເຊິ່ງຈະເປັນຕົວແປສຳຄັນ ເນື່ອງຈາກບໍ່ມີທາງທີ່ຕວັກກີຈະຍິນຍອມໃຫ້ມີຜູ້ແທນຈາກກອງກຳລັງນັກຮົບຊາວເຄິດເຂົ້າຮ່ວມການປຶກສາຫາລື.

ຂະນະດຽວກັນ ຜູ້ນຳລັດເຊຍສະແດງຄວາມເຊື່ອໝັ້ນວ່າ ການປຶກສາຫາລືທີ່ເມືອງໂຊຊີ ຈະເປັນຕົວກະຕຸ້ນໃຫ້ກັບການເຈລະຈາສັນຕິພາບຊີຣີ ທີ່ UN ກຽມຈັດຂຶ້ນຄັ້ງໃໝ່ໃນວັນທີ 28 ພະຈິກ 2017 ນີ້ ທີ່ນະຄອນຫຼວງເຈນີວາ ປະເທດສະວິດ, ເຖິງຢ່າງໃດກໍ່ຕາມ ການເຈລະຈາສັນຕິພາບຊີຣີ ທີ່ UN ເປັນເຈົ້າພາບທຸກຄັ້ງກ່ອນໜ້ານີ້ເກືອບບໍ່ມີຄວາມຄືບໜ້າເລີຍ ເນື່ອງຈາກຝ່າຍລັດຖະບານ ແລະ ຝ່າຍຕໍ່ຕ້ານປະຕິເສດທີ່ຈະຮ່ວມໂຕະເຈລະຈາດຽວກັນ.

ນອກຈາກນີ້ ການປຶກສາຫາລືຮ່ວມກັນສາມຝ່າຍລະຫວ່າງລັດເຊຍ, ອີຣານ ແລະ ຕວັກກີ ເກີດຂຶ້ນພຽງ 1 ວັນ ພາຍຫຼັງທີ່ທ່ານ ປູຕິນ ຕ້ອນຮັບທ່ານ ບາຊາ ແອວ-ອັສຊັດ ຜູ້ນຳຊີຣີ ທີ່ເມືອງໂຊຊີເຊັ່ນກັນ ເຊິ່ງຖືເປັນການຢ້ຽມຢາມລັດເຊຍເປັນຄັ້ງທຳອິດໃນຮອບ 2 ປີ ຂອງທ່ານ ອັສຊັດ ຫຼື ນັບຕັ້ງແຕ່ລັດເຊຍເຂົ້າໄປປະຕິບັດການທາງການທະຫານໃນຊີຣີ ເມື່ອທ້າຍປີ 2015 ແລະ ເປັນການສ້າງຈຸດປ່ຽນສຳຄັນ ໃຫ້ກັບສົງຄາມກາງເມືອງໃນຊີຣີທີ່ແກ່ຍາວມາກວ່າ 6 ປີ.



No comments

Powered by Blogger.