ເກົາຫຼີເໜືອປະນາມ ສ.ອາເມຣິກາ ມີເຈດຕະນາຍຸຍົງ ທີ່ຂຶ້ນບັນຊີດຳເກົາຫຼີເໜືອ - ອິດສະຫຼະ

ເກົາຫຼີເໜືອປະນາມ ສ.ອາເມຣິກາ ມີເຈດຕະນາຍຸຍົງ ທີ່ຂຶ້ນບັນຊີດຳເກົາຫຼີເໜືອ



ສຳນັກຂ່າວຕ່າງປະເທດລາຍງານ 23 ພະຈິກ 2017 ວ່າ: ກະຊວງການຕ່າງປະເທດເກົາຫຼີເໜືອ ເຜີຍແຜ່ຖະແຫຼງການຜ່ານສຳນັກຂ່າວກາງເກົາຫຼີ (KCNA) ເຊິ່ງເປັນກະບອກສຽງຫຼັກຂອງລັດຖະບານເກົາຫຼີເໜືອວ່າ: ເກົາຫຼີເໜືອບໍ່ໄດ້ມີການເຊື່ອມໂຍງ ຫຼື ພົວພັນກັບການກໍ່ການຮ້າຍໃນທຸກກໍລະນີ ແລະ ຈະບໍ່ໃຫ້ຄວາມສຳຄັນກັບບົດບາດທີ່ສະຫະລັດ ອາເມຣິກາ ມອບໃຫ້, ການທີ່ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ເພີ່ມຊື່ເກົາຫຼີເໜືອກັບເຂົ້າສູ່ບັນຊີດຳ ເປັນລັດສະໜັບສະໜູນການກໍ່ການຮ້າຍ ຖືເປັນເຈດຕະນາຍຸຍົງ ແລະ ຮຸກຮານຂັ້ນຮ້າຍແຮງ ແລະ ຈະຍິ່ງເພີ່ມຄວາມຊອບທຳໃຫ້ແກ່ລັດຖະບານເກົາຫຼີເໜືອ ໃນການເດີນໜ້າພັດທະນາໂຄງການນິວເຄຼຍຕໍ່ໄປຫຼາຍຂຶ້ນເທົ່ານັ້ນ.


ນອກຈາກນີ້ ​KCNA ຍັງເຜີຍແຜ່ຖະແຫຼງການອີກສະບັບໜຶ່ງ ເຊິ່ງເປັນຂອງຄະນະກຳມະທິການສັນຕິພາບອາຊີ-ປາຊີຟິກແຫ່ງເກົາຫຼີເໜືອວ່າ ນະໂຍບາຍເລື່ອງແຫຼມເກົາຫຼີຂອງທ່ານ ທຣຳ ມີແຕ່ຈະຍິ່ງຊຸກດັນໃຫ້ກອງທັບປະຊາຊົນເກົາຫຼີ (KPA) ແລະ ພົນລະເມືອງເກົາຫຼີເໜືອຮ່ວມກັນຕໍ່ສູ້ເພື່ອກຳຈັດສັດຕູທີ່ຈະເຮົາມາຮຸກຮານໃຫ້ຮາບກ້ຽງ.

ເຊິ່ງຖະແຫຼງການທັງສອງສະບັບຖືເປັນທ່າທີຢ່າງເປັນທາງການ ຄັ້ງທຳອິດຂອງລັດຖະບານເກົາຫຼີເໜືອ ຕໍ່ການທີ່ສະຫະລັດ ອາເມຣິກາ ນຳເກົາຫຼີເໜືອກັບຄືນສູ່ບັນຊີດຳ ການເປັນລັດສະໜັບສະໜູນການກໍ່ການຮ້າຍ ຮ່ວມກັບອີຣານ, ຊີຣີ ແລະ ຊູດັງ ເປັນຄັ້ງທີ 2 ໃນຮອບ 9 ປີ.

ໃນດ້ານຂອງທ່ານ ລູ່ ກັງ ໂຄສົກກະຊວງການຕ່າງປະເທດຈີນ ກ່າວເມື່ອວັນພຸດທີ່ຜ່ານມາວ່າ ລັດຖະບານຈີນ ຄັດຄ້ານການໃຊ້ມາດຕະການກົດດັນພຽງຝ່າຍດຽວຂອງລັດຖະບານໃດກໍ່ຕາມ ທີ່ມີຕໍ່ສະຖານະການໃດສະຖານະການໜຶ່ງ ເຊິ່ງເປັນສິ່ງທີ່ຜິດ ແລະ ບໍ່ສາມາດແກ້ໄຂບັນຫາໄດ້ໃນໄລຍະຍາວ ພາຍຫຼັງທີ່ສະຫະລັດ ໄດ້ເພີ່ມລາຍຊື່ ບໍລິສັດຈີນອີກ 3 ບໍລິສັດເຂົ້າສູ່ມາດຕະການຂວໍ້າບາດທີ່ກ່ຽວຂ້ອງກັບເກົາຫຼີເໜືອຄັ້ງໃໝ່.

ຂະນະທີ່ສຳນັກຂ່າວ YTN ຂອງເກົາຫຼີໃຕ້ລາຍງານໂດຍອ້າງແຫຼ່ງຂ່າວວ່າ ລັດຖະບານເກົາຫຼີໃຕ້ ກຳລັງພິຈາລະນາຍຸດຕິການຮ່ວມຊ້ອມຮົບກັບສະຫະລັດ ອາເມຣິກາ ໃນປີໜ້າ ເນື່ອງຈາກເປັນປີທີ່ເກົາຫຼີໃຕ້ຕ້ອງເປັນເຈົ້າພາບກີລາໂອລິມປິກລະດູໜາວ ທີ່ເມືອງປຽງຊາງ ລະຫວ່າງວັນທີ 9-25 ກຸມພາ ແລະ ພາຣາລິມປິກລະດູໜາວລະຫວ່າງວັນທີ 8-18 ມີນາ ເພື່ອຫຼຸດຜ່ອນຄວາມສ່ຽງ ຈາກປະຕິກິລິຍາຂອງເກົາຫຼີເໜືອ ທີ່ຍັງບໍ່ສະແດງທ່າທີເລື່ອງການສົ່ງນັກກີລາເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້.

No comments

Powered by Blogger.