ສາຍການບິນທີ່ຖືກປົ້ນຍົນ ເພື່ອຂີ່ຕຳຕຶກ World Trade ຍອມຈ່າຍຄ່າຊົດເຊີຍ 95 ລ້ານໂດລາ - ອິດສະຫຼະ

ສາຍການບິນທີ່ຖືກປົ້ນຍົນ ເພື່ອຂີ່ຕຳຕຶກ World Trade ຍອມຈ່າຍຄ່າຊົດເຊີຍ 95 ລ້ານໂດລາ



ສຳນັກຂ່າວຕ່າງປະເທດລາຍງານ 23 ພະຈິກ 2017 ວ່າ: ສາຍການບິນ American Airlines ແລະ United Airlines ໄດ້ຕົກລົງຄ່າໃຊ້ຈ່າຍເພື່ອຊົດເຊີຍໃຫ້ຕຶກ World Trade Center ທີ່ຖືກກໍ່ວິນາດສະກຳ ເມື່ອວັນທີ 11 ກັນຍາ 2001 ເປັນຈຳນວນເງິນທັງໝົດ 95.1 ລ້ານໂດລາສະຫະລັດ ເພື່ອປິດຄະດີທີ່ແກ່ຍາວມາດົນເຖິງ 13 ປີ.

ກ່ອນໜ້ານີ້ທ່ານ ແລຣີ ຊິວເວີສະໄຕ ມະຫາເສດຖີເຈົ້າຂອງຕຶກດັ່ງກ່າວ ໄດ້ຮັບເງິນຄ່າຊົດເຊີຍເປັນເງິນຈຳນວນ 4.55 ລ້ານໂດລາຈາກບໍລິສັດປະກັນໄພ ແລະ ຍັງໄດ້ຮຽກຄ່າຊົດເຊີຍຈາກບໍລິສັດຮັກສາຄວາມປອດໄພຂອງສະໜາມບິນ ສາຍການບິນ American Airlines ແລະ United Airlines ເຊິ່ງເປັນສອງສາຍການບິນທີ່ຖືກກຸ່ມກໍ່ການຮ້າຍປົ້ນຍົນເພື່ອໃຊ້ໃນການກໍ່ເຫດ 12.3 ລ້ານໂດລາສະຫະລັດ ແລະ ຊົດເຊີຍໃຫ້ຕຶກ World Trade Center ເປັນຈຳນວນເງິນທັງໝົດ 95.1 ລ້ານໂດລາ.

ເຖິງຢ່າງໃດກໍ່ຕາມເຫດການດັ່ງກ່າວເມື່ອວັນທີ 11 ກັນຍາ 2001 ກຸ່ມກໍ່ການຮ້າຍອັນກໍອິດະ ໄດ້ປົ້ນຍົນໂດຍສານຈຳນວນ 4 ລຳ ກ່ອນທີ່ຈະໃຊ້ 2 ໃນ 4 ລຳ ບິນເຂົ້າຕຳຕຶກແຝດ World Trade Center ໃຈກາງນະຄອນນິວຢອກ ສະຫະລັດ ອາເມຣິກາ ຈົນພັງລົງມາ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 2,750 ຄົນ, ສ່ວນຍົນອີກ 2 ລຳ ແມ່ນໄດ້ບິນເຂົ້າຕຳອາຄານທີ່ນະຄອນຫຼວງວໍຊິງຕັນ ດີຊີ ແລະ ລັດເພນຊີວາເນຍ ມີຜູ້ເສຍຊີວິດລວມກັນທັງໝົດກວ່າ 3,000 ຄົນ.

No comments

Powered by Blogger.