ມຽນມາ-ບັງກະລາເທດ ຕົກລົງເລີ່ມສົ່ງຊາວໂຣຮິງຢາຄືນຖິ່ນ - ອິດສະຫຼະ

ມຽນມາ-ບັງກະລາເທດ ຕົກລົງເລີ່ມສົ່ງຊາວໂຣຮິງຢາຄືນຖິ່ນ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 23 ພະຈິກ 2017 ທີ່ຜ່ານມາວ່າ: ພາຍຫຼັງທີ່ມີຜູ້ອົບພະຍົບຊາວໂຣຮິງຢາກວ່າ 620,000 ຄົນອົບພະຍົບໜີການໃຊ້ກຳລັງທາງຫະຫານເພື່ອກວາດລ້າງກອງກຳລັງປົດປ່ອຍຊາວໂຣຮິງຢາໂດຍກອງທັບມຽນມາໃນລັດຍະໄຂ່ ຂ້າມໄປຍັງປະເທດບັງກະລາເທດ ເຊິ່ງທາງລັດຖະບານສະຫະລັດ ອາເມຣິກາ ຮຽກວ່າເປັນການຂ້າລ້າງເຜົ່າພັນ ນັບຕັ້ງແຕ່ເດືອນ ສິງຫາ ທີ່ຜ່ານມາ, ເລື່ອງນີ້ໄດ້ມີການປຶກສາຫາລືຫຼາຍອາທິດ ໂດຍສະເພາະໃນບັນຫາເງື່ອນໄຂການຊຸກດັນໃຫ້ຜູ້ອົບພະຍົບຊາວໂຣຮິງຢາກັບມຽນມາ ແຕ່ໃນທີ່ສຸດທັງລັດຖະບານມຽນມາ ແລະ ບັງກະລາເທດກໍ່ໄດ້ບັນລຸຂໍ້ຕົກລົງເມື່ອວັນພະຫັດ 23 ພະຈິກ ທີ່ຜ່ານມາ ທີ່ນະຄອນຫຼວງເນປີດໍ ພາຍຫຼັງການປຶກສາຫາລືລະຫວ່າງທ່ານ ນາງ ອອງຊານ ຊູຈີ ລັດຖະມົນຕີກະຊວງການຕ່າງປະເທດມຽນມາ ແລະ ມົນຕີແຫ່ງລັດ (ຜູ້ນຳສູງສຸດຂອງມຽນມາດ້ານພຶດຕິໄນ) ກັບທ່ານ ອາບູນ ຮັສຊັນ ມາມູດ ອາລີ ລັດຖະມົນຕີກະຊວງການຕ່າງປະເທດບັງກະລາເທດ ໄດ້ບັນລຸຂໍ້ຕົກລົງວ່າດ້ວຍການສົ່ງຜູ້ອົບພະຍົບຊາວໂຣຮິງຢາກັບມຽນມາ.

ຖະແຫຼງການຮ່ວມລະບຸວ່າ ທັງບັງກະລາເທດ ແລະ ມຽນມາຕົກລົງຈະເລີ່ມການສົ່ງກັບຜູ້ອົບພະຍົບຊາວໂຣຮິງຢາພາຍໃນ 2 ເດືອນ ແລະ ຕັ້ງຄະນະເຮັດວຽກຂຶ້ນມາພາຍໃນ 3 ອາທິດນີ້ ເພື່ອດຳເນີນການເລື່ອງການສົ່ງກັບຜູ້ອົບພະຍົບ.

ທ່ານ ອາບູນ ຮັສຊັນ ມາມູດ ອາລີ ກ່າວດ້ຍວ່າ ນີ້ຄືບາດກ້າວທຳອິດເລີ່ມຕົ້ນຂອງການສົ່ງກັບຊາວໂຣຮິງຢາ ແລະ ກຳລັງເລີ່ມດຳເນີນການ ແຕ່ກໍ່ຍັງບໍ່ຮູ້ຊັດເຈນວ່າມີຊາວໂຣຮິງຢາ ຈຳນວນເທົ່າໃດທີ່ໄດ້ຮັບອະນຸຍາດໃຫ້ກັບມຽນມາ ແລະ ຂະບວນການສົ່ງກັບນີ້ຈະກິນເວລາດົນປານໃດ.

ກຸ່ມສິດທິມະນຸດສະແດງຄວາມເປັນຫ່ວງໃນເລື່ອງການສົ່ງກັບຊາວໂຣຮິງຢາໃນຫຼາຍບັນຫາເຊັ່ນ: ຊາວໂຣຮິງຢາເຫຼົ່ານີ້ຈະກັບໄປຢູ່ແບບໃດ ເພາະບ້ານເຮືອນຂອງເຂົາເຈົ້າຖືກຈູດເຜົ່າໝົດແລ້ວ ນອກຈາກນັ້ນ ບັນຫາເລື່ອງຄວາມປອດໄພຂອງເຂົາເຈົ້າໃນປະເທດທີ່ມີກະແສຕໍ່ຕ້ານຊາວໂຣຮິງຢາແນວໃດ.

No comments

Powered by Blogger.