ທ່ານນາຍົກລັດຖະມົນຕີ ພ້ອມຄະນະ ຢ້ຽມຢາມພື້ນຖານການຜະລິດ ທີ່ເມືອງປາກງື່ມ​ - ອິດສະຫຼະ

ທ່ານນາຍົກລັດຖະມົນຕີ ພ້ອມຄະນະ ຢ້ຽມຢາມພື້ນຖານການຜະລິດ ທີ່ເມືອງປາກງື່ມ​



ໃນຕອນເຊົ້າ ຂອງວັນທີ 22 ພະຈິກ 2017 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຈາກສູນກາງ ແລະ ນະຄອນຫຼວງວຽງຈັນ ໄດ້ໄປຢ້ຽມຢາມພື້ນຖານການຜະລິດກະສິກໍາ ແລະ ໂຄງການກໍ່ສ້າງຂົວຂ້າມນໍ້າງື່ມ ບ້ານນາບົງ ຫາ ບ້ານທ່າກົກໄຮ, ເມືອງປາກງື່ມ, ນະຄອນຫຼວງວຽງຈັນ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈາກການນຳຂອງເມືອງ ແລະ ປະຊາຊົນບ້ານດັ່ງກ່າວ.


 ການລົງຢ້ຽມຢາມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ໄດ້ໄປຢ້ຽມຢາມ ກຸ່ມປູກພືດຜັກປອດສານພິດ ບ້ານທ່າຊ້າງ, ເມືອງປາກງື່ມ ໂດຍໄດ້ຮັບຟັງການລາຍງານຫຍໍ້ ກ່ຽວກັບສະພາບການຜະລິດ ຈາກທ່ານ ທັດສະນີ ພິລາວົງ ນາຍບ້ານໆດັ່ງກ່າວ ເຊິ່ງວ່າ: ກຸ່ມປູກພືດຜັກປອດສານພິດ ບ້ານທ່າຊ້າງ ໄດ້ສ້າງເປັນກຸ່ມມາແລ້ວປະມານ 7 ປີ, ເບື້ອງຕົ້ນມີສະມາຊິກພຽງ 8 ຄອບຕົວ ດ້ວຍຕົ້ນທຶນປະມານ 10 ລ້ານກີບ; ມາຮອດປະຈຸບັນ ມີສະມາຊິກທັງໝົດ 82 ຄອບຄົວ, ພາຍໃນກຸ່ມຜະລິດ ມີເນື້ອທີ່ 200 ກວ່າເຮັກຕາ, ມີເຮືອນຮົ່ມພືດຜັກສອງລະດູ ຈຳນວນ 275 ຫຼັງ, ມີ 2 ໜ່ວຍການຜະລິດ ຄື: ກຸ່ມຜະລິດກະສີກຳ ແລະ ກຸ່ມຜະລິດຫັດຖະກຳ ໃນນັ້ນ ການປູກພືດຊະນິດຕ່າງໆ ແມ່ນປູກຕາມຄວາມຕ້ອງ ການຂອງຕະຫຼາດໃນແຕ່ລະໄລຍະ ໂດຍໄດ້ນຳຜົນຜະລິດ ໄປຂາຍຢູ່ບັນດາສະຖານທີ່ທີ່ໄດ້ກຳນົດໄວ້ ພາຍໃນນະຄອນຫຼວງວຽງຈັນ ເຮັດໃຫ້ປະຊາຊົນ ກໍ່ຄື ສະມາຊິກພາຍໃນກຸ່ມ ມີລາຍຮັບສະເລ່ຍ 1-2 ລ້ານກີບ/ຄອບຄົວ/ອາທິດ ໂດຍຂຶ້ນກັບປະລິມານການຜະລິດຂອງແຕ່ລະຄອບຄົວ ແລະ ປະຈຸບັນ ມີເງິນກອງທຶນພາຍໃນກຸ່ມ 400 ລ້ານກວ່າກີບ. ນອກຈາກການປູກພືດຜັກປອດສານພິດແລ້ວ, ປະຊາຊົນເກືອບ 20 ຄອບຄົວຍັງໄດ້ປູກເຫັດປອດສານພິດຕື່ມອີກ. ສໍາລັບນໍ້າ ທີ່ສະໜອງໃຫ້ແກ່ເນື້ອທີ່ທຳການຜະລິດ ແມ່ນນຳໃຊ້ນໍ້າບາດານ ເປັນສ່ວນຫຼາຍ.


ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ອຳນາດການປົກຄອງ ແລະ ປະຊາຊົນບ້ານດັ່ງກ່າວ ໂດຍໄດ້ເນັ້ນໜັກໃຫ້ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຕໍ່ບາງວຽກງານເປັນຕົ້ນ ໃຫ້ກະຊວງກະສິກຳ ຄົ້ນຄວ້າປັບປຸງ-ສ້ອມແປງ ລະບົບຊົນລະປະທານທີ່ມີແລ້ວ ໃຫ້ສາມາດນຳໃຊ້ເຂົ້າໃນການຜະລິດຂອງປະຊາຊົນໂດຍໄວ; ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງກະສິກຳ ແລະ ປ່າໄມ້ ສົມທົບກັນ ກຳນົດລາຄາສິນຄ້າກະສິກຳປະເພດຕ່າງໆ ໂດຍໃຫ້ເນັ້ນໃສ່ການຂາຍໃນລາຄາປົກກະຕິ, ມີກຳໄລສົມເຫດສົມຜົນ ເພື່ອຮັບປະກັນແກ່ການຜະລິດໃຫ້ມີຄວາມຍືນຍົງ ແລະ ຂາຍໄດ້ຕະຫຼອດ; ໃຫ້ພາກສ່ວນກ່ຽວຂ້ອງ ສ້າງເງື່ອນໄຂ ແລະ ປຸກລະດົມປະຊາຊົນທີ່ມີເງື່ອນໄຂ ໄດ້ເຂົ້າເປັນສະມາຊິກຂອງກຸ່ມຜະລິດ ກະສິກຳປອດສານພິດໝົດທຸກຄອບຄົວ; ຄົ້ນຄວ້າປູກຕົ້ນໄມ້ກິນໝາກ ທີ່ມີເງື່ອນໄຂ ແລະ ເປັນສິນຄ້າ ໃຫ້ມີຈຳນວນເພີ່ມຂຶ້ນ; ສ້າງເງື່ອນໄຂໃຫ້ສະຖາບັນການສຶກສາ ຄະນະກະເສດສາດ (ນາບົງ), ມະຫາວິທະຍາໄລແຫ່ງຊາດ ໄດ້ມາຊ່ວຍເຫຼືອທາງດ້ານເຕັກນິກວິຊາການ ແກ່ປະຊາຊົນຕື່ມ ເພື່ອເຮັດໃຫ້ຜົນຜະລິດເພີ່ມຂຶ້ນ ແລະ ມີຄຸນນະພາບ; ການຜະລິດ ແລະ ການຈຳໜ່າຍສິນຄ້າຂອງຕົນ ຕ້ອງມີຄວາມຍຸຕິທຳ, ປອດສານພິດແທ້ ແລະ ຜະລິດຖືກຕ້ອງຕາມເຕັກນິກແທ້; ພ້ອມກັນນັ້ນ, ກໍ່ຕ້ອງໄດ້ເອົາ ໃຈໃສ່ຕໍ່ການສຶກສາອົບຮົມລູກຫຼານ ໃຫ້ຫ່າງໄກຈາກຢາເສບຕິດ, ມີຄວາມດຸໝັ່ນ-ອົດທົນ ໃນການຄົ້ນຄວ້າຮໍ່າຮຽນ ໃຫ້ກາຍເປັນຄົນຮູ້ຜູ້ດີ, ມີຄວາມຮູ້ຄວາມສາມາດ, ມີວິຊາອາຊີບ ແລະ ມີສ່ວນຮ່ວມໃນການພັດທະນາບ້ານຂອງຕົນເອງຫຼາຍຂຶ້ນ.


​​​​​​​​ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ກໍ່ໄດ້ເດີນທາງໄປຢຽມຢາມໂຄງການກໍ່ສ້າງຂົວຂ້າມນໍ້າງື່ມ ທີ່ບ້ານນາບົງ-ບ້ານທ່າກົກໄຮ ໂດຍໄດ້ຮັບຟັງການລາຍງານຫຍໍ້ ກ່ຽວກັບສະພາບການກໍ່ສ້າງໂຄງການຈາກທ່ານ ສຸລິວັນ ພົມມະ ຫາໄຊ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ເຫັນວ່າ ຂົວແຫ່ງນີ້ ມີຄວາມຍາວ 236 ແມັດ, ໜ້າຂົວກວ້າງ 11 ແມັດ, ທາງຍ່າງສອງເບື້ອງ ເບື້ອງລະ 1,5 ແມັດ, ມີການປະດັບປະດາລະບົບປ້າຍສັນຍານຕ່າງໆ ເຊິ່ງໄດ້ເລີ່ມ ລົງມືກໍ່ສ້າງມາແຕ່ປີ 2016 ມາຮອດປະຈຸບັນ ໂຄງການກໍ່ສ້າງມີຄວາມໜ້າເກືອບ 60 ສ່ວນຮ້ອຍ, ຄາດວ່າໂຄງການດັ່ງກ່າວ ຈະສໍາເລັດໃນປີ 2018 ໂຄງການນີ້ ແມ່ນການຊ່ວຍເຫຼືອລ້າ ທາງດ້ານງົບປະມານ ຈາກທ່ານ ສັກໄຊ ວົງມາລາສິດ (ປີເຕີຈັນ) ປະທານກຸ່ມບໍລິສັດລາວເວີນ ດ້ວຍມູນຄ່າການກໍ່ສ້າງປະມານ 105 ຕື້ກີບ. ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ກໍ່ໄດ້ກ່າວຍ້ອງຍໍຊົມເຊີຍ ຕໍ່ທ່ານ ສັກໄຊ ວົງມາລາສິດ ທີ່ໄດ້ປະກອບສ່ວນທາງດ້ານຕ່າງໆ ເຂົ້າໃນການພັດທະນາປະເທດຊາດ ໃນໄລຍະຜ່ານມາຢ່າງຫຼວງຫຼາຍ ໂດຍບໍ່ໄດ້ຮຽກຮ້ອງຄ່າຕອບແທນໃດໆ ເຊິ່ງເຫັນວ່າເປັນແບບຢ່າງໜຶ່ງທີ່ດີໃຫ້ແກ່ສັງຄົມ.
​​​​​​​​
​ນອກຈາກນັ້ນ, ຄະນະຂອງທ່ານນາຍົກລັດຖະມົນຕີ ຍັງໄດ້ໄປຢ້ຽມຢາມຟາມຕົວແບບການລ້ຽງງົວ ຂອງພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ຢູ່ບ້ານສົມສະຫວາດ ແລະ ຟາມລ້ຽງງົວ ຂອງບໍລິສັດ ເອັກສ໌ພີ ການຄ້າ ລາວ-ຈີນ ຈຳກັດ ຢູ່ບ້ານປາກກວາງ, ເມືອງປາກງື່ມ ຕື່ມອີກ.

No comments

Powered by Blogger.