ຍີ່ປຸ່ນ ມອບການຊ່ວຍເຫຼືອແກ່ ສປປ.ລາວ ເຫດໄພພິບັດເຂື່ອນແຕກ ທີ່ອັດຕະປື - ອິດສະຫຼະ

ຍີ່ປຸ່ນ ມອບການຊ່ວຍເຫຼືອແກ່ ສປປ.ລາວ ເຫດໄພພິບັດເຂື່ອນແຕກ ທີ່ອັດຕະປື



ລາຍງານ 25 ກໍລະກົດ 2018, ສະຖານທູດຍີ່ປຸ່ນ ປະຈຳປະເທດລາວ ໄດ້ໃຫ້ຮູ້ວ່າ ລັດຖະບານຍີ່ປຸ່ນໄດ້ຮັບການຮ້ອງຂໍການຊ່ວຍເຫຼືອໄພພິບັດນ້ຳຖ້ວມເມືອງສະໜາມໄຊ ແຂວງອັດຕະປື ຢ່າງກະທັນຫັນຈາກເຫດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກຈາກທາງການລາວ ແລະ ໄດ້ຕົກລົງມອບເຄື່ອງຊ່ວຍເຫຼືອສຸກເສີນເຊັ່ນ: ຜ້າເຕັ້ນ, ຜ້າຫົ່ມ ແລະ ອື່ນໆ ໂດຍຜ່ານອົງການຮ່ວມມືສາກົນຍີ່ປຸ່ນ (JICA) ເພື່ອຊ່ວຍເຫຼືອດ້ານມະນຸດສະທຳແກ່ປະຊາຊົນຜູ້ປະສົບໄພ.


No comments

Powered by Blogger.