ເຈົ້າມະຫາຊີວິດໄທ ມອບເຄື່ອງຊ່ວຍເຫຼືອຊາວອັດຕະປືຈຳນວນຫຼາຍ ຍົນກອງທັບໄທພ້ອມລຳລຽງສົ່ງເຖິງທີ່ - ອິດສະຫຼະ

ເຈົ້າມະຫາຊີວິດໄທ ມອບເຄື່ອງຊ່ວຍເຫຼືອຊາວອັດຕະປືຈຳນວນຫຼາຍ ຍົນກອງທັບໄທພ້ອມລຳລຽງສົ່ງເຖິງທີ່



ລາຍງານ 25 ກໍລະກົດ 2018, ກອງທັບອາກາດແຫ່ງລາຊະອານາຈັກໄທ ໄດ້ຈັດຍົນລຳລຽງແບບ C-130 ນຳເຄື່ອງພະລາຊະທານ ຈາກເຈົ້າມະຫາຊີວິດແຫ່ງລາຊະອານາຈັກໄທ ທີ່ປະກອບດ້ວຍນ້ຳດື່ມຈຳນວນ 10,000 ຕຸກ, ຜ້າເຊັດໂຕຈຳນວນ 2,000 ຜືນ, ເຄື່ອງກອງນ້ຳຈຳນວນ 49 ຊຸດ, ອາຫານ ແລະ ຢາອີກຈຳນວນໜຶ່ງ.


ນອກຈາກນີ້ຍັງໄດ້ລຳລຽງຖົງຍັງຊີບໃນນາມລັດຖະບານໄທ ຈຳນວນ 5,000 ຊຸດ ມາກັບຖ້ຽວບິນດັ່ງກ່າວອີກດ້ວຍ ໂດຍໃນເບື້ອງຕົ້ນວາງແຜນການບິນໄວ້ຈຳນວນ 4 ຖ້ຽວບິນ ເສັ້ນທາງດອນເມືອງ-ສະໜາມບິນສາກົນປາກເຊ ໃນເວລາບິນ 1 ຊົ່ວໂມງ 20 ນາທີ. ເຊິ່ງຍົນ C-130 ພ້ອມຂຶ້ນບິນທັນທີເມື່ອໄດ້ຮັບອະນຸມັດການບິນຜ່ານນ່ານຟ້າເຂົ້າສະໜາມບິນສາກົນປາກເຊ ທາງສະຖານທູດໄທ ປະຈຳນະຄອນຫຼວງວຽງຈັນ ຈະເປັນຜູ້ມາຮັບເຄື່ອງ ແລະ ປະສານສົ່ງຕໍ່ຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນ້ຳຖ້ວມທີ່ເມືອງສະໜາມໄຊ ແຂວງອັດຕະປື ຈາກເຫດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ.





No comments

Powered by Blogger.