ເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ຖືເປັນໄພພິບັດຮ້າຍແຮງໃນຮອບຫຼາຍສິບປີຂອງ ສປປ.ລາວ - ອິດສະຫຼະ

ເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ຖືເປັນໄພພິບັດຮ້າຍແຮງໃນຮອບຫຼາຍສິບປີຂອງ ສປປ.ລາວ



ສຳນັກຂ່າວສານປະເທດລາຍງານ 25 ກໍລະກົດ 2018 ວ່າ: ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບເຫດການເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ໂດຍກ່າວວ່າ ຜົນກະທົບຈາກໄພນ້ຳຖ້ວມຄັ້ງນີ້ແມ່ນຮ້າຍແຮງ ແລະ ໃຫຍ່ຫຼວງ ອາດເວົ້າໄດ້ວ່າເປັນຄັ້ງທຳອິດໃນຮອບຫຼາຍສິບປີ ສາເຫດກໍ່ແມ່ນຝົນຕົກໜັກຕິດຕໍ່ກັນຫຼາຍວັນ ປະລິມານນ້ຳຂຶ້ນສູງຫຼາຍ ເຮັດໃຫ້ອ່າງເກັບນ້ຳສຳຮອງຂອງເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍຮັບນ້ຳບໍ່ໄດ້ເລີຍແຕກ ເຮັດໃຫ້ມວນນ້ຳໄຫຼລົງສູ່ບ້ານເຮືອນປະຊາຊົນຢູ່ເມືອງສະໜາມໄຊ ແຂວງອັດຕະປືຢ່າງກະທັນຫັນ ບ້ານເຮືອນຈົມຢູ່ໃຕ້ນ້ຳ ກະແສນ້ຳໄຫຼແຮງພັດເອົາເຮືອນພ້ອມດ້ວຍຄົນໄປຕາມນ້ຳ.


ສຳລັບຈຳນວນຜູ້ທີ່ຂາດທີ່ຢູ່ອາໄສມີເຖິງ 587 ຄອບຄົວ ແລະ 3,060 ຄົນ, ມີຜູ້ສູນຫາຍເຖິງ 131​ຄົນ ສ່ວນປະຊາຊົນທີ່ລົບໄພຢູ່ຫຼັງຄາເຮືອນ ແລະ ຕົ້ນໄມ້ໃຫຍ່ນັ້ນແມ່ນໄດ້ກອບກູ້ເອົາມາໝົດແລ້ວຕັ້ງແຕ່ເວລາ19:00 ໂມງ ຂອງວັນທີ 24 ກໍລະກົດ ທີ່ຜ່ານມາ ແລະ ສ່ວນຈຳນວນຜູ້ເສຍຊີວິດຈາກການລາຍງານຫຼ້າສຸດຂອງທາງການແຂວງອັດຕະປືແມ່ນຢູ່ທີ 26 ຄົນແລ້ວ.






No comments

Powered by Blogger.