ພົບຜູ້ເສຍຊີວິດແລ້ວ 26 ຄົນ, ສູນຫາຍ 131 ຄົນ ຈາກເຫດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ - ອິດສະຫຼະ

ພົບຜູ້ເສຍຊີວິດແລ້ວ 26 ຄົນ, ສູນຫາຍ 131 ຄົນ ຈາກເຫດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ



ຫ້ອງວ່າການແຂວງອັດຕະປືລາຍງານ 25 ກໍລະກົດ 2018 ວ່າ: ລະດັບນ້ຳໄດ້ບົກລົງແນ່ແລ້ວ ແຕ່ກໍ່ຍັງເປັນອຸປະສັກໃຫ້ແກ່ການຊອກຄົ້ນຜູ້ສູນຫາຍ ເນື່ອງຈາກເສັ້ນທາງໄປຫາຈຸດປະສົບໄພ ເປັນລັກສະນະເຄິ່ງບົກເຄິ່ງນ້ຳ ຄືບາງບ່ອນໃຊ້ເຮືອ, ບາງບ່ອນຕ້ອງໃຊ້ລົດ ເສັ້ນທາງມີຕົມ ເຂົ້າເຖິງຍາກ ຕາມຂໍ້ມູນເບື້ອງຕົ້ນມີລາຍງານຜູ້ສູນຫາຍ 131 ຄົນ, ພົບສົບແລ້ວ 26 ຄົນ.



No comments

Powered by Blogger.