ສ.ອາເມຣິກາ ປະກາດພ້ອມໃຫ້ຄວາມຊ່ວຍເຫຼືອແກ່ ສປປ.ລາວ ຈາກໄພພິບັດເຂື່ອນແຕກ - ອິດສະຫຼະ

ສ.ອາເມຣິກາ ປະກາດພ້ອມໃຫ້ຄວາມຊ່ວຍເຫຼືອແກ່ ສປປ.ລາວ ຈາກໄພພິບັດເຂື່ອນແຕກ



ລາຍງານ 25 ກໍລະກົດ 2018,​ ທ່ານ ນາງ ຮີດເທີ ເນົາເອິດ ໂຄສົກກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ກ່າວສະແດງຄວາມເສຍໃຈຕໍ່ກັບສະຖານະການນ້ຳຖ້ວມເມືອງສະໜາມໄຊ ແຂວງອັດຕະປື ຢ່າງກະທັນຫັນ ຈາກເຫດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ເມື່ອວັນທີ 23 ກໍລະກົດ ທີ່ຜ່ານມາ ໃນນາມລັດຖະບານສະຫະລັດ ອາເມຣິກາ ແລະ ຢືນຢັນຄວາມທີ່ຈະໃຫ້ການຊ່ວຍເຫຼືອແກ່ທາງການລາວເຊັ່ນກັນ, ນອກຈາກນີ້ບັນດາປະເທດຕ່າງໆໃນອາຊີເຊັ່ນ: ໄທ, ມາເລເຊຍ, ຫວຽດນາມ, ສິງກະໂປ ແລະ ເກົາຫຼີໃຕ້ ຕ່າງກໍ່ພ້ອມທີ່ຈະໃຫ້ການຊ່ວຍເຫຼືອມາຍັງ ສປປ.ລາວ.


No comments

Powered by Blogger.