ຜູ້ນຳເກົາຫຼີໃຕ້ ຕັ້ງຄະນະຊ່ວຍເຫຼືອສຸກເສີນ ແລະ ຕ້ອງມາເຖິງ ສປປ.ລາວ ພາຍໃນ 24 ຊົ່ວໂມງ - ອິດສະຫຼະ

ຜູ້ນຳເກົາຫຼີໃຕ້ ຕັ້ງຄະນະຊ່ວຍເຫຼືອສຸກເສີນ ແລະ ຕ້ອງມາເຖິງ ສປປ.ລາວ ພາຍໃນ 24 ຊົ່ວໂມງ



ລາຍງານ 25 ກໍລະກົດ 2018, ທຳນຽບປະທານປະເທດເກົາຫຼີໃຕ້ອອກຖະແຫຼງການວ່າ ທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ມີຄຳສັ່ງເລັ່ງດ່ວນໃຫ້ຈັດຕັ້ງໜ່ວຍງານບັນເທົາທຸກສຸກເສີນເດີນທາງມາຍັງ ສປປ.ລາວ ເປັນການດ່ວນທີ່ສຸດ ເພື່ອໃຫ້ການຊ່ວຍເຫຼືອປະຊາຊົນຫຼາຍພັນຄົນທີ່ເມືອງສະໜາມໄຊ ແຂວງອັດຕະປື ທີ່ປະສົບໄພພິບັດນ້ຳຖ້ວມກະທັນຫັນ ຈາກເຫດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ເມື່ອວັນທີ 23 ກໍລະກົດທີ່ຜ່ານມາ.




ທ່ານ ມູນ ແຈ-ອິນ ກ່າວວ່າລັດຖະບານເກົາຫຼີໃຕ້ຕ້ອງມີສ່ວນຮ່ວມໃນພາລະກິດຊ່ວຍເຫຼືອຄັ້ງນີ້ ເພາະບໍລິສັດສັນຊາດເກົາຫຼີໃຕ້ ມີບົດບາດສຳຄັນຕໍ່ໂຄງການດັ່ງກ່າວ ແລະ ເຂື່ອນເຊປຽນ-ເຊນ້ຳນ້ອຍຖືເປັນເຂື່ອນແຫ່ງທຳອິດໃນຕ່າງປະເທດຂອງບໍລິສັດເກົາຫຼີໃຕ້ ທີ່ມີສ່ວນຮ່ວມໃນການກໍ່ສ້າງ, ເຊິ່ງໂຄງການກໍ່ສ້າງເຂື່ອນເຊປຽນ-ເຊນ້ຳນ້ອຍໄດ້ເລີ່ມດຳເນີນການມາຕັ້ງແຕ່ທ້າຍປີ 2013 ແລະ ມີກຳນົດສ້າງໃຫ້ສຳເລັດພາຍໃນປີ 2019 ໂດຍ 90% ຂອງກະແສໄຟຟ້າທີ່ຜະລິດໄດ້ຈະສົ່ງຂາຍໃຫ້ແກ່ປະເທດໄທ.


No comments

Powered by Blogger.