ສະຫະປະຊາຊາດ ພ້ອມໃຫ້ການຊ່ວຍເຫຼືອ ແລະ ບັນເທົາທຸກ ແກ່ປະຊາຊົນລາວທີ່ປະສົບໄພພິບັດເຂື່ອນແຕກ - ອິດສະຫຼະ

ສະຫະປະຊາຊາດ ພ້ອມໃຫ້ການຊ່ວຍເຫຼືອ ແລະ ບັນເທົາທຸກ ແກ່ປະຊາຊົນລາວທີ່ປະສົບໄພພິບັດເຂື່ອນແຕກ



ລາຍງານ 25 ກໍລະກົດ 2018, ຈາກກໍລະນີເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ເຮັດໃຫ້ມວນນ້ຳມະຫາສານໄຫຼເຂົ້າຖ້ວມບ້ານເຮືອນປະຊາຊົນໃນເຂດເມືອງສະໜາມໄຊ ແຂວງອັດຕະປື ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດ ແລະ ສູນຫາຍເປັນຈຳນວນຫຼາຍ, ລວມທັງຫຼາຍກວ່າ 6,000 ຄົນບໍ່ມີທີ່ພັກອາໄສ.

ຫຼ້າສຸດທ່ານ ສະຕີເຟັນ ດູຮາຣິກ ໂຄສົກອົງການສະຫະປະຊາຊາດຖະແຫຼງວ່າ: ເລຂາທິການໃຫຍ່ອົງການສະຫະປະຊາຊາດ ເສຍໃຈກໍ່ກັບການສູນເສຍຊີວິດ ແລະ ຊັບສິນອັນເກີດຈາກເຫດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ເນື່ອງມາຈາກພາຍຸຝົນຕົກໜັກ, ເຊິ່ງເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ສະແດງຄວາມເສຍໃຈໄປຍັງຄອບຄົວຂອງຜູ້ປະສົບໄພ ແລະ ຕໍ່ລັດຖະບານ ກໍ່ຄືປະຊາຊົນໃນອາຊີຕາເວັນອອກສຽງໃຕ້ ພ້ອມທັງສະແດງຄວາມພ້ອມທີ່ຈະໃຫ້ການຊ່ວຍເຫຼືອ ແລະ ບັນເທົາທຸກແກ່ ສປປ.ລາວ.
ຕໍ່ກັບບັນຫາດັ່ງກ່າວ, ຫຼາຍປະເທດໃນໂລກກໍ່ໄດ້ສະແດງເຈດຈຳນົງທີ່ຈະໃຫ້ການຊ່ວຍເຫຼືອແກ່ ສປປ.ລາວ ໂດຍສະເພາະບັນດາປະເທດໃນອາຊີເຊັ່ນ: ໄທ ແລະ ເກົາຫຼີໃຕ້ ແມ່ນໄດ້ສົ່ງທີມກູ້ໄພທີ່ຊ່ຽວຊານ ພ້ອມທັງເຮລິຄັອບແຕ, ເຮືອ ແລະ ອຸປະກອນທີ່ຈຳເປັນເຂົ້າມາໃນລາວແລ້ວ, ສ່ວນສິງກະໂປ ແລະ ມາເລເຊຍກໍ່ໄດ້ສະແດງເຈດຈຳນົງທີ່ພ້ອມຈະໃຫ້ການຊ່ວຍເຫຼືອເທົ່າທີ່ຈະຊ່ວຍໄດ້.

ໃນດ້ານຂອງລັດຖະບານລາວ, ທ່ານ ທອງລຸນ ສີລຸສິດ ນາຍົກລັດຖະມົນຕີ ແລະ ຄະນະກໍ່ໄດ້ລົງຕິດຕາມສະຖານະການການຊ່ວຍເຫຼືອປະຊາຊົນຜູ້ປະສົບໄພພິບັດຢ່າງໃກ້ຊິດ ຢູ່ທີ່ເມືອງສະໜາມໄຊ ແຂວງອັດຕະປື ພ້ອມທັງໄດ້ມອບເງິນຊ່ວຍເຫຼືອເບື້ອງຕົ້ນ 1.2 ຕື້ກີບ.




No comments

Powered by Blogger.