ເກົາຫຼີໃຕ້ ຈະສົ່ງທຸກການຊ່ວຍເຫຼືອ ເພື່ອຮັບຜິດຊອບແກ້ຜູ້ປະສົບໄພພິບັດເຂື່ອນແຕກ ທີ່ແຂວງອັດຕະປື - ອິດສະຫຼະ

ເກົາຫຼີໃຕ້ ຈະສົ່ງທຸກການຊ່ວຍເຫຼືອ ເພື່ອຮັບຜິດຊອບແກ້ຜູ້ປະສົບໄພພິບັດເຂື່ອນແຕກ ທີ່ແຂວງອັດຕະປື



ລາຍງານ 25 ກໍລະກົດ 2018, ຈາກກໍລະນີເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ມວນນ້ຳມະຫາສານ ໄດ້ໄຫຼເຂົ້າຖ້ວມຫຼາຍບ້ານໃນເມືອງສະໜາມໄຊ ແຂວງອັດຕະປື ເມື່ອວັນທີ 23 ກໍລະກົດ ທີ່ຜ່ານມາ ສົ່ງຜົນໃຫ້ມີຜູ້ເສຍຊີວິດ ແລະ ສູນຫາຍຈຳນວນຫຼາຍ ລວມທັງປະຊາຊົນຈຳນວນບໍ່ມີທີ່ພັກອາໄສ ແຕ່ຕົວເລກຍັງບໍ່ຊັດເຈນ.

ສ່ວນການຊ່ວຍເຫຼືອຈາກບັນດາປະເທດຕ່າງໆ ໂດຍສະເພາະບັນດາປະເທດໃນອາຊີໄດ້ສະເໜີໃຫ້ຄວາມຊ່ວຍເຫຼືອແລ້ວ, ຫຼ້າສຸດຄືປະເທດເກົາຫຼີໃຕ້ ໂດຍສຳນັກຂ່າວ Yonhap ຂອງເກົາຫຼີໃຕ້ລາຍງານວ່າ: ບໍລິສັດ SK Engineering and Constriction ເຊິ່ງຖືຮຸ້ນໃນບໍລິສັດໄຟຟ້າເຊປຽນ-ເຊນ້ຳນ້ອຍ 26% ໄດ້ສົ່ງທີມຊ່ວຍເຫຼືອ ພ້ອມເຮລິຄັອບແຕ ມາຍັງ ສປປ.ລາວ ແລ້ວ, ຂະນະທີ່ກະຊວງການຕ່າງປະເທດເກົາຫຼີໃຕ້ລະບຸວ່າ ບໍລິສັດ Korean Western Power ແລະ ເປັນອີກໜຶ່ງໃນຜູ້ຖືຮຸ້ນບໍລິສັດໄຟຟ້າເຊປຽນ-ເຊນ້ຳນ້ອຍ 25% ກໍ່ໄດ້ສົ່ງການຊ່ວຍເຫຼືອມາຍັງ ສປປ.ລາວ ແລ້ວ ບໍ່ວ່າຈະເປັນເຮລິຄັອບແຕ, ເຮືອ ແລະ ທີມກູ້ໄພ.

ໃນດ້ານຂອງລັດຖະບານໄທ ກໍ່ໄດ້ຢືນຢັນວ່າຈະໃຫ້ການຊ່ວຍເຫຼືອ ລວມເຖິງການສົ່ງຜູ້ຊ່ຽວຊານດ້ານການກູ້ໄພມາຍັງ ສປປ.ລາວ, ສ່ວນໃນດ້ານຂອງລັດຖະບານສິງກະໂປ ແລະ ມາເລເຊຍ ກໍ່ໄດ້ສະແດງເຈດຈຳນົງພ້ອມທີ່ຈະໃຫ້ການຊ່ວຍເຫຼືອເທົ່າທີ່ຈະຊ່ວຍໄດ້ ແກ້ປະຊາຊົນຜູ້ປະສົບໄພໃນ ສປປ.ລາວ.

ເຊິ່ງເຂື່ອນເຊປຽນ-ເຊນ້ຳນ້ອຍ ແມ່ນຕັ້ງຢູ່ພູພຽງບໍລິເວນ ເຂດເມືອງປາກຊ່ອງ ແຂວງຈຳປາສັກ ຕໍ່ໃສ່ຊາຍແດນຂອງອັດຕະປື ເຊິ່ງໄດ້ເລີ່ມລົງມືກໍ່ສ້າງມານັບຕັ້ງແຕ່ທ້າຍປີ 2013 ແລະ ຄາດວ່າຈະສຳເລັດໃນຕົ້ນປີ 2019 ໂດຍມີເຈົ້າຂອງໂຄງການແມ່ນບໍລິສັດໄຟຟ້າເຊປຽນ-ເຊນ້ຳນ້ອຍ ພາຍໃຕ້ການຮ່ວມຮຸ້ນຂອງບໍລິສັດ SK Engineering and Construction (SK E) ຈາກປະເທດເກົາຫຼີໃຕ້ຖືຮຸ້ນ 26%, ບໍລິສັດ Korea Western Power (KOWEPO) ຈາກປະເທດເກົາຫຼີໃຕ້ ຖືຮຸ້ນ 25%, ບໍລິສັດ Generating Holding Public (RATCH) ຈາກປະເທດໄທ ຖືຮຸ້ນ 25% ແລະ ລັດວິສາຫະກິດຖືຮຸ້ນລາວ (LHSE) ຖືຮຸ້ນ 24% ດ້ວຍມູນຄ່າຂອງໂຄງການ 1,020 ລ້ານໂດລາສະຫະລັດ ໂດຍໃນະຂະທີ່ເຂື່ອນແຕກນັ້ນແມ່ນຢູ່ໃນຂັ້ນຕອນການກໍ່ສ້າງທີ່ສຳເລັດແລ້ວ 90%.


No comments

Powered by Blogger.