ລັດຖະບານມາເລເຊຍ ພ້ອມທີ່ຈະໃຫ້ການຊ່ວຍເຫຼືອແກ່ ສປປ.ລາວ ຕໍ່ກັບໄພພິບັດເຂື່ອນແຕກ - ອິດສະຫຼະ

ລັດຖະບານມາເລເຊຍ ພ້ອມທີ່ຈະໃຫ້ການຊ່ວຍເຫຼືອແກ່ ສປປ.ລາວ ຕໍ່ກັບໄພພິບັດເຂື່ອນແຕກ



ລາຍງານ 24 ກໍລະກົດ 2018, ຈາກເຫດໄພພິບັດແຫ່ງຊາດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ມວນນ້ຳມະຫາສານໄຫຼເຂົ້າຖ້ວມເມືອງສະໜາມໄຊ ແຂວງອັດຕະປື ມາຕັ້ງແຕ່ຄືນວັນທີ 23 ກໍລະກົດ ທີ່ຜ່ານມາ ໄດ້ກາຍເປັນຂ່າວໃຫຍ່ໂດ່ງດັ່ງໄປທົ່ວທຸກມຸມໂລກ ເຮັດໃຫ້ບັນດາປະເທດຕ່າງໆ ໂດຍສະເພາະສະມາຊິກອາຊຽນ ໄດ້ສະແດງເຈດຈຳນົງທີ່ຈະໃຫ້ການຊ່ວຍເຫຼືອແກ່ ສປປ.ລາວ.


ໂດຍທ່ານ ນາງ ດ.ຣ ວັນ ອາຊີຊະ ອິສມາອິວ ຮອງນາຍົກລັດຖະມົນຕີ ແລະ ເປັນພັນລະຍາຂອງທ່ານ ດຣ. ໂມຮຳໝັດ ມະຫາເທ ລັດຖະມົນຕີມາເລເຊຍ ໃນນາມລັດຖະບານມາເລເຊຍ ໄດ້ລົງຂໍ້ຄວາມໃນ Twitter ສະແດງຄວາມເສຍໃຈຕໍ່ເຫດການເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ອັນໄດ້ສົ່ງຜົນໃຫ້ມີການສູນເສຍຊີວິດ ແລະ ຊັບສິນ, ຫຼາຍພັນຄົນບໍ່ມີທີ່ພັກອາໄສ ແລະ ຫຼາຍຮ້ອຍຄົນສູນຫາຍ.

“ຂ້າພະເຈົ້າຂໍອະທິຖານ ໃຫ້ທຸກຂະບວນການດຳເນີນໄປດ້ວຍດີ ແລະ ພາວະນາວ່າຜູ້ສູນຫາຍຈະປອດໄພ, ໃນນາມລັດຖະບານມາເລເຊຍ ພ້ອມທີ່ຈະໃຫ້ການຊ່ວຍເຫຼືອແກ່ ສປປ.ລາວ”





No comments

Powered by Blogger.