ນາຍົກສິງກະໂປ ປະກາດພ້ອມຊ່ວຍ ສປປ.ລາວ ຜ່ານຜ່າໄພພິບັດເຂື່ອນແຕກ - ອິດສະຫຼະ

ນາຍົກສິງກະໂປ ປະກາດພ້ອມຊ່ວຍ ສປປ.ລາວ ຜ່ານຜ່າໄພພິບັດເຂື່ອນແຕກ



ລາຍງານ 24 ກໍລະກົດ 2018, ຈາກເຫດໄພພິບັດແຫ່ງຊາດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ມວນນ້ຳມະຫາສານໄຫຼເຂົ້າຖ້ວມເມືອງສະໜາມໄຊ ແຂວງອັດຕະປື ມາຕັ້ງແຕ່ຄືນວັນທີ 23 ກໍລະກົດ ທີ່ຜ່ານມາ ໄດ້ກາຍເປັນຂ່າວໃຫຍ່ໂດ່ງດັ່ງໄປທົ່ວທຸກມຸມໂລກ.

ຫຼ້າສຸດທ່ານ ລີ ຊຽນ ລຸງ ນາຍົກລັດຖະມົນຕີປະເທດສິ່ງກະໂປ ກໍ່ໄດ້ລົງຂໍ້ຄວາມຜ່ານທາງ facebook ສ່ວນຕົວ ມີເນື້ອໃນສຳຄັນວ່າ: “ຮູ້ສຶກເສຍໃຈເປັນຢ່າງຍິ່ງເມື່ອໄດ້ຊາບຂ່າວວ່າ ເຂື່ອນເຊປຽນ-ເຊນ້ຳນ້ອຍ ໃນ ສປປ.ລາວ ແຕກ,​ ພວກເຮົາຍັງບໍ່ຮູ້ຊັດເຈນເຖິງຄວາມເສຍຫາຍທີ່ເກີດຂຶ້ນ, ແຕ່ກໍ່ມີຜູ້ສູນຫາຍຫຼາຍຮ້ອຍຄົນ ແລະ ຫຼາຍພັນຄົວບໍ່ມີທີ່ພັກອາໄສ ລວມທັງຈຳນວນຜູ້ເສຍຊີວິດທີ່ຍັງບໍ່ຊັດເຈນ.

ພວກເຮົາຂໍສະແດງຄວາມເຫັນອົກເຫັນໃຈຢ່າງເລິກເຊິ່ງມາຍັງຜູ້ໄດ້ຮັບຜົນກະທົບ ຈາກໄພພິບັດຄັ້ງນີ້, ແລະ ພວກເຮົາໄດ້ຕິດຕໍ່ໄປຍັງທາງການລາວ ແລະ ແຈ້ງໃຫ້ຊາບວ່າສິງກະໂປພ້ອມທີ່ຈະຊ່ວຍເຫຼືອໃນສິ່ງທີ່ສາມາດຊ່ວຍໄດ້.”







No comments

Powered by Blogger.