ນາຍົກໄທ ສັ່ງການໃຫ້ຊ່ວຍເຫຼືອປະຊາຊົນລາວ ທີ່ປະສົບໄພພິບັດເຂື່ອນແຕກເປັນການດ່ວນ - ອິດສະຫຼະ

ນາຍົກໄທ ສັ່ງການໃຫ້ຊ່ວຍເຫຼືອປະຊາຊົນລາວ ທີ່ປະສົບໄພພິບັດເຂື່ອນແຕກເປັນການດ່ວນ



ລາຍງານ 24 ກໍລະກົດ 2018, ທ່ານ ພົນເອກ ປຣະຍຸດ ຈັນໂທຊາ ນາຍົກລັດຖະມົນຕີຂອງໄທ ໄດ້ສັ່ງການດ່ວນໃຫ້ຊ່ວຍເຫຼືອປະຊາຊົນລາວທີ່ປະສົບໄພພິບັດນ້ຳຖ້ວມ ຈາກເຫດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ຢູ່ເມືອງສະໜາມໄຊ ແຂວງອັດຕະປື.

ໃນດ້ານຂອງທ່ານ ໄພທູນ ຮັກປະເທດ ຜູ້ວ່າຈັງຫວັດມຸກດາຫານໄດ້ຕັ້ງສູນປະສານງານຊ່ວຍເຫຼືອຜູ້ປະສົບໄພພິບັດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ພ້ອມທັງເຊີນຊວນທັງພາກລັດ, ພາກເອກະຊົນ, ພາກປະຊາຊົນ ຮ່ວມບໍລິຈາກເງິນ, ເຄື່ອງນຸ່ງຫົ່ມ, ອາຫານ ແລະ ສິ່ງຂອງຈຳເປັນ ເພື່ອນຳໄປມອບໃຫ້ຜູ້ໄດ້ຮັບຜົນກະທົບຜ່ານທາງສະຖານກົງສຸນໃຫຍ່ແຫ່ງລາຊະອານາຈັກໄທ ປະຈຳແຂວງສະຫວັນນະເຂດ ແລະ ສະຖານກົງສຸນລາວ ປະຈຳຈັງຫວັດຂອນແກ່ນ ໂດຍເລີ່ມຮັບບໍລິຈາກເປັນທາງການໃນວັນທີ 25 ກໍລະກົດນີ້.







No comments

Powered by Blogger.