ສປປ.ລາວ ຢູ່ອັນດັບສຸດທ້າຍດ້ານທັກສະ "ພາສາອັງກິດ" ຈາກທັງໝົດ 80 ປະເທດ - ອິດສະຫຼະ

ສປປ.ລາວ ຢູ່ອັນດັບສຸດທ້າຍດ້ານທັກສະ "ພາສາອັງກິດ" ຈາກທັງໝົດ 80 ປະເທດ



ສຳນັກຂ່າວຕ່າງປະເທດລາຍງານ 11 ພະຈິກ 2017 ວ່າ: Education First ສະຖາບັນສອນພາສາອັງກິດລະດັບໂລກເປີດເຜີຍລາຍງານດັດຊະນີທັກສະການໃຊ້ພາສາອັງກິດປະຈຳປີ 2017 ໂດຍສຳຫຼວດທັກສະການໃຊ້ພາສາອັງກິດຂອງປະຊາກອນໃນ 80 ປະເທດທີ່ບໍ່ໄດ້ໃຊ້ພາສາອັງກິດເປັນພາສາກາງ ແລະ ແບ່ງຜົນການຈັດອັນດັບອອກເປັນ 5 ກຸ່ມປະເທດຄື: ກຸ່ມທີ່ມີທັກສະພາສາອັງກິດສູງຫຼາຍ, ສູງ, ປານກາງ, ຕ່ຳ ແລະ ຕ່ຳຫຼາຍ ເຊິ່ງພົບວ່າ: ສປປ.ລາວ ຢູ່ອັນດັບທີ 80 ເຊິ່ງເປັນອັບດັບຊຸດທ້າຍຂອງຕາຕະລາງ.

ປະເທດທີ່ມີທັກສະການໃຊ້ພາສາອັງກິດທີ່ທີ່ສຸດໃນໂລກຄື: ໂຮນລັງ ຮອງລົງມາຄື ຊູແອດ, ດານມາກ, ນອກແວ ແລະ ສິງກະໂປ ໂດຍກຸ່ມປະເທດເຫຼົ່ານີ້ມີລະບົບການສຶກສາທີ່ຄ້າຍຄືກັນນັ້ນຄື: ນັກຮຽນຕ້ອງຮຽນພາສາອັງກິດເປັນວິຊາບັງຄັບຕັ້ງແຕ່ລະດັບຊັ້ນປະຖົມ ໂດຍຄູສອນຈະເນັ້ນຄວາມສຳຄັນຂອງການເວົ້າໃຫ້ຄ່ອງແຄ້ວຫຼາຍກວ່າການທ່ອງຈຳຫຼັກໄວຍະກອນພາສາອັງກິດ.

ສ່ວນປະເທດທີ່ທັກສະພາສາອັງກິດຢູ່ສຸດທ້າຍໝູ່ 5 ປະເທດໄດ້ແກ່: ອານເຊີຣີ, ກຳປູເຈຍ, ລີບີ, ອິຣັກ ແລະ ລາວ ຢູ່ໃນອັນດັບສຸດທ້າຍ.

ໃນອາຊຽນປະເທດທີ່ມີທັກສະພາສາອັງກິດດີທີ່ສຸດຄື: ສິງກະໂປ ອັບດັບທີ 5 ຮອງລົງມາ ມາເລເຊຍ ອັນດັບທີ 13, ຟິລິບປິນ ອັນດັບທີ 15, ຫວຽດນາມ ອັນດັບທີ 34, ອິນໂດເນເຊຍ ອັນດັບທີ 39, ໄທ ອັນດັບທີ 53, ກຳປູເຈຍ ອັນດັບທີ 77 ແລະ ລາວ ອັນດັບທີ 80.

ສຳລັບພາບລວມລະດັບທະວີບ ອາຊີມີທັກສະພາສາອັງກິດດີທີ່ສຸດເປັນອັບດັບສອງຮອງຈາກທະວີບເອີຣົບ ຂະນະທີ່ຕາເວັນອອກາງເປັນພູມມິພາກທີ່ຢູ່ໃນອັນດັບສຸດທ້າຍ ເຖິງແມ່ນວ່າຈະມີການທຸ້ມເທເງິນທຶນສຳລັບການສຶກສາພາສາອັງກິດກໍ່ຕາມ.

No comments

Powered by Blogger.