ນາຍົກລີບັງຫາຍຕົວລຶກລັບ ພາຍຫຼັງເຂົ້າພົບກະສັດຊາອູດິດ ແລະ ອາດເກີດສົງຄາມຕົວແທນໃນລີບັງລະຫວ່າງຊາອູດິດ-ອີຣານ - ອິດສະຫຼະ

ນາຍົກລີບັງຫາຍຕົວລຶກລັບ ພາຍຫຼັງເຂົ້າພົບກະສັດຊາອູດິດ ແລະ ອາດເກີດສົງຄາມຕົວແທນໃນລີບັງລະຫວ່າງຊາອູດິດ-ອີຣານ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 10 ພະຈິກ 2017 ທີ່ຜ່ານມາວ່າ: ລັດຖະບານອາຣັບບີ ຊາອູດິດໄດ້ແຈ້ງເຕືອນພົນລະເມືອງຂອງຕົນໃນລີບັງ (Lebanon) ໃຫ້ເດີນທາງອອກນອກປະເທດ ພາຍຫຼັງຄວາມເຄັ່ງຕຶງຂອງສອງປະເທດທະວີຄວາມຮຸນແຮງຂຶ້ນ ນັບຕັ້ງແຕ່ທີ່ນາຍົກລັດຖະມົນຕີ ຊາອັດ ຮາຣີຣີ ຂອງລີບັງລາອອກຈາກຕຳແໜ່ງນາຍົກແຕ່ວັນທີ 4 ພະຈິກ 2017 ທີ່ຜ່ານມາ ແລະ ໄດ້ເດີນທາງໄປເຂົ້າພົບກະສັດຂອງອາຣັບບີ ຊາອູດິດ ໂດຍໃຫ້ເຫດຜົນວ່າ ທ່ານເປັນຫ່ວງເລື່ອງຄວາມປອດໄພໃນຊີວິດ, ຂະນະດຽວກັນມີບາງແຫ່ງຂ່າວລາຍງານວ່າ ທ່ານ ຮາຣີຣີ ຖືກກັດຕົວຢູ່ທີ່ປະເທດອາຣັບບີ ຊາອູດິດ ເຖິງແມ່ນວ່າຈະມີຖະແຫຼງການຕາມມາພາຍຫຼັງວ່າທ່ານ ຮາຣີຣີ ບໍ່ໄດ້ຖືກກັກຕົວທີ່ອາຣັບບີ ຊາອູດິດແຕ່ຢ່າງໃດ ແຕ່ກໍ່ບໍ່ມີການລະບຸເຖິງສະຖານະການວ່າທ່ານ ຮາຣີຣີ ຢູ່ໃສໃນຂະນະນີ້.


ໃນດ້ານຂອງສະຖານນີໂທລະພາບຂອງອາຣັບບີ ຊາອູດິດ ໄດ້ເຜີຍແຜ່ຖະແຫຼງການຂອງທ່ານ ຮາຣີຣີ ພຽງບໍ່ດົນພາຍຫຼັງທີ່ທ່ານປະກາດລາອອກ ໂດຍມີເນື້ອໃນໄດ້ກ່າວໂຈມຕີລັດຖະບານອີຣານວ່າ ເປັນຜູ້ສະໜັບສະໜູນກຸ່ມຕິດອາວຸດຮິບບອນເລາະ ທີ່ມີອິດທິພົນຢ່າງສູງໃນລີບັງ.

ຂະນະທີ່ສະມາຊິກພັກຟິວເຈີມູມເມັ້ນ ເຊິ່ງເປັນພັກຕົ້ນສັງກັດຂອງທ່ານ ຮາຣີຣີ ໄດ້ຮຽກຮ້ອງໃຫ້ທ່ານ ຮາຣີຣີ ກັບຄືນປະເທດ ພ້ອມທັງກ່າວໂຈມຕີລັດຖະບານອາຣັບບີ ຊາອູດິດວ່າ ເປັນຜູ້ກົດດັນໃຫ້ທ່ານ ຮາຣີຣີ ລາອອກຈາກຕຳແໜ່ງ ໂດຍການປະກາດອອກຈາກຕຳແໜ່ງຂອງທ່ານ ຮາຣີຣີ ໄດ້ສ້າງສະຖານະການທີ່ໜ້າເປັນຫ່ວງຢ່າງຍິ່ງໃນລີບັງ ໂດຍສະເພາະກຸ່ມການເມືອງໃນປະເທດທີ່ຝັກໃຝ່ອາຣັບບີ ຊາອູດິດ ທີ່ນຳໂດຍທ່ານ ຮາຣີຣີ ເຊິ່ງເປັນຊາວນິກາຍສຸໜີ່ ກັບ ຝ່າຍຝັກໃຝ່ອີຣານ ນຳໂດຍກຸ່ມຮິບບອນເລາະ ເຊິ່ງຄວາມເຫັນຕ່າງນີ້ອາດກາຍເປັນເຫດຮຸນແຮງໄດ້.

ນອກຈາກນີ້ລັດຖະບານກູເວດ, ບາເຣນ ແລະ ສະຫະນະຄອນ ເອເມຣັດ ອາຣັບ ກໍ່ໄດ້ອອກປະກາດເຕືອນໃຫ້ພົນລະເມືອງຂອງຕົນເດີນທາງອອກຈາກປະເທດລີບັງເຊັ່ນກັນ, ນັກວິເຄາະຫຼາຍຝ່າຍຕີລາຄາວ່າ ກຸ່ມປະເທດອາຣັບອາດມີແຜນໂຈມຕີລີບັງໃນໄວໆນີ້ ທີ່ອາດຈະໃຊ້ລີບັງເປັນສົງຄາມຕົວແທນຂອງສອງມະຫາອຳນາດຊາດອາຣັບລະຫວ່າງອາຣັບບີ ຊາອູດິດ ກັບ ອີຣານ.



No comments

Powered by Blogger.