ຜູ້ນຳຟິລິບປິນຍອມຮັບວ່າ "ເຄີຍຂ້າຄົນມາແລ້ວ" ສະໄໝເປັນໄວໜຸ່ມ ເພາະແນມໜ້າ - ອິດສະຫຼະ

ຜູ້ນຳຟິລິບປິນຍອມຮັບວ່າ "ເຄີຍຂ້າຄົນມາແລ້ວ" ສະໄໝເປັນໄວໜຸ່ມ ເພາະແນມໜ້າ



ສຳນັກຂ່າວຕ່າງປະເທດລາຍງານ 11 ພະຈິກ 2017 ວ່າ: ທ່ານ ໂຣດຼິໂກ ດູເຕເຕ ປະທານປະເທດຂອງຟິລິບປິນ ກ່າວລະຫວ່າງການພົບປະກັບຊາວຟິລິບປິນໃນຫວຽດນາມ ຂະນະເດີນທາງໄປຮ່ວມກອງປະຊຸມ APEC ທີ່ດານັງ ໂດຍທ່ານກ່າວພາຍຫຼັງຖືກຊັກຖາມເລື່ອງການລະເມີດສິດທິມະນຸດຈາກການປາບປາມຢາເສບຕິດວ່າ: "ສະໄໝຂ້າພະເຈົ້າເປັນໄວໜຸ່ມ ເຄີຍເຂົ້າຄຸກມາແລ້ວ ໃນການຕໍ່ສູ້ຄັ້ງໜຶ່ງເມື່ອຂ້າພະເຈົ້າ ອາຍຸ 16 ປີ, ຂ້າພະເຈົ້າເຄີຍຂ້າຄົນມາແລ້ວ ດ້ວຍການໃຊ້ມີດແທງ ພຽງເພາະແນມເບິ່ງໜ້າ" ຜູ້ນຳຟິລິບປິນຍັງກ່າວອີກວ່າ ທ່ານໃຊ້ເວລາໃນໄວໜຸ່ມສ່ວນໃຫຍ່ເຂົ້າ-ອອກຄຸກຫຼາຍຄັ້ງຫຼາຍຄາວ.

ໃນດ້ານໂຄສົກປະຈຳທຳນຽບປະທານປະເທດຟິລິບປິນກ່າວວ່າ: ຄຳເວົ້າເຫຼົ່ານັ້ນບໍ່ຄວນຖືເປັນເລື່ອງຈິງຈັງ ຄວນເບິ່ງວ່າເປັນ "ສີສັນ" ຂອງຜູ້ນຳຟິລິບປິນຫຼາຍກວ່າ ເຖິງຢ່າງໃດກໍ່ຕາມກ່ອນໜ້ານີ້ເມື່ອເດືອນທັນວາ ທີ່ປີຜ່ານມາ ທ່ານ ດູເຕເຕ ເຄີຍຍອມຮັບວ່າ ໄດ້ຂ້າຄົນມາແລ້ວສາມຄົນ ຂະນະທີ່ເປັນຜູ້ປົກຄອງເມືອງດາເວົາ.

No comments

Powered by Blogger.