ປ.ທຣຳ ສະເໜີຕົວເປັນຄົນກາງເຈລະຈາບັນຫາທະເລຈີນໃຕ້ - ອິດສະຫຼະ

ປ.ທຣຳ ສະເໜີຕົວເປັນຄົນກາງເຈລະຈາບັນຫາທະເລຈີນໃຕ້



ສຳນັກຂ່າວຕ່າງປະເທດລາຍງານ 12 ພະຈິກ 2017 ວ່າ: ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ກ່າວໃນຕອນໜຶ່ງລະຫວ່າງການພົບປະຫາລືລະດັບທະວິພາຄີກັບທ່ານ ເຈິ່ນ ໄດ ກວາງ ປະທານປະເທດຫວຽດນາມ ທີ່ທຳນຽມປະທານປະເທດ ໃນນະຄອນຫຼວງຮາໂນຍວ່າ ທ່ານມີຄຸນສົມບັດຂອງການເປັນ "ສຸດຍອດນັກເຈລະຈາ" ແລະ ຍີນດີໃຫ້ການຊ່ວຍເຫຼືອດ້ວຍຕົວເອງ ຫາກຫວຽດນາມ ຫຼື ປະເທດໃດກໍ່ຕາມທີ່ຕ້ອງການຄວາມຊ່ວຍເຫຼືອຈາກສະຫະລັດ ອາເມຣິກາ ໃນການ "ເຈລະຈາ" ຫຼື "ຕັດສິນ" ກໍລະນີຄວາມຂັດແຍ່ງທາງທະເລຈີນໃຕ້.

ເຖິງຢ່າງໃດກໍ່ຕາມປະທານປະເທດຫວຽດນາມກ່າວຕອບຂໍ້ສະເໜີດັ່ງກ່າວຂອງຜູ້ນຳສະຫະລັດ ອາເມຣິກາວ່າ: ລັດຖະບານຫວຽດນາມມີນະໂຍບາຍຜ່ອນຄາຍບັນຫາເລື່ອງທະເລຈີນໃຕ້ໂດຍໃຊ້ແນວທາງ "ສັນຕິວິທີ" ແລະ ຕ້ອງເປັນໄປຕາມວິທີການທູດ ແລະ ຂະບວນຍຸດຕິທຳຕາມຫຼັກກົດໝາຍລະຫວ່າງປະເທດ.

ເຊິ່ງນອກເໜືອຈາກບຣູໄນ, ມາເລເຊຍ ແລະ ຟິລິບປິນແລ້ວ ຫວຽດນາມເປັນປະເທດຄູ່ຂັດແຍ່ງສຳຄັນກັບຈີນ ໃນບັນຫາທະເລຈີນໃຕ້ ເຊິ່ງເປັນໜຶ່ງໃນເສັ້ນທາງເດີນເຮືອສາຍສຳຄັນຂອງໂລກ ທີ່ມີມູນຄ່າການຄ້າສະເລ່ຍປີລະບໍ່ຕ່ຳກວ່າ 3 ລ້ານລ້ານໂດລາສະຫະລັດ ໂດຍໃນໄລຍະເວລາພຽງ 3-4 ປີທີ່ຜ່ານມາ ຈີນ ແລະ ຫວຽດນາມຕ່າງກໍ່ພາກັນເດີນໜ້າຖົມທະເລເພື່ອສ້າງເກາະທຽມເປັນສະຖານທີ່ຕັ້ງຂອງຍຸດໂທປະກອນ ແລະ ລະບົບພື້ນຖານໂຄງລ່າງ ຕະຫຼອດຮອດການສຳຫຼວດແຫຼ່ງນ້ຳມັນ ແລະ ແກັດທຳມະຊາດ.

ຂະນະດຽວກັນ ທ່ານ ທຣຳ ກໍ່ໄດ້ສົນທະນາກັບປະທານປະເທດຫວຽດນາມໃນບັນຫາການຄ້າ ທີ່ສະຫະລັດ ອາເມຣິກາເປັນຝ່າຍຂາດດຸນ 32,000 ລ້ານໂດລາສະຫະລັດເມື່ອປີທີ່ຜ່ານມາ ແລະ ຄຳຖະແຫຼງດັ່ງກ່າວຂອງທ່ານ ທຣຳ ຍັງເກີດຂຶ້ນກ່ອນໜ້າທີ່ທ່ານ ສິ ຈິ້ນຜິງ ປະທານປະເທດຈີນ ມີກຳນົດເດີນທາງຢ້ຽມຢາມນະຄອນຫຼວງຮາໂນຍໃນມື້ດຽວກັນ ແລະ ຜູ້ນຳສະຫະລັດຈະເດີນທາງຕໍ່ໄປຍັງນະຄອນຫຼວງມະນິລາ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 31, ເຊິ່ງແນ່ນອນວ່າເລື່ອງທະເລຈີນໃຕ້ຈະເປັນໜຶ່ງໃນຫົວຂໍ້ສຳຄັນຂອງການປຶກສາຫາລື ໂດຍແຫຼ່ງຂ່າວການທູດເປີດເຜີຍວ່າ ການເຈລະຈາຮ່ວມກັນຢ່າງເປັນທາງການລະຫວ່າງຈີນກັບອາຊຽນ ໃນການສ້າງແຜນແນວທາງປະຕິບັດ (COC) ເລື່ອງທະເລຈີນໃຕ້ ຄາດວ່າຈະເລີ່ມຂຶ້ນໄດ້ໃນເດືອນກຸມພາ ປີໜ້າ.


No comments

Powered by Blogger.