ວັນພັກປະຈຳອາທິດ ແລະ ວັນພັກທາງລັດຖະການ ແຕ່ໄດ້ເຮັດວຽກຢູ່ ຄວນໄດ້ຮັບເງິນເພີ່ມເທົ່າໃດ - ອິດສະຫຼະ

ວັນພັກປະຈຳອາທິດ ແລະ ວັນພັກທາງລັດຖະການ ແຕ່ໄດ້ເຮັດວຽກຢູ່ ຄວນໄດ້ຮັບເງິນເພີ່ມເທົ່າໃດ



ໂດຍອີງຕາມກົດໝາຍແຮງງານ (ສະບັບປັບປຸງ) ເລກທີ 43/ສພຊ ລົງວັນທີ 24 ທັນວາ 2013 ໄດ້ລະບຸໄວ້ວ່າ ເວລາເຮັດວຽກປົກກະຕິ ຂອງຜູ້ອອກແຮງງານໃນທຸກຫົວໜ່ວຍແຮງງານບໍ່ໃຫ້ເກີນ 6 ວັນຕໍ່ອາທິດ ແລະ 8 ຊົ່ວໂມງຕໍ່ວັນ ຫຼື ອາທິດໜຶ່ງບໍ່ໃຫ້ເກີນ 48 ຊົ່ວໂມງ ໂດຍບໍ່ຂຶ້ນກັບປະເພດການຮັບເງິນເດືອນ ຫຼື ຄ່າແຮງງານ ດັ່ງນັ້ນ, ວັນພັກປະຈຳອາທິດທີ່ກົດໝາຍວ່າດ້ວຍແຮງງານຂອງ ສປປ.ລາວ ຮັບຮອງຈຶ່ງເປັນ "ວັນອາທິດ" ເທົ່ານັ້ນ ຫຼື ມື້ໃດມື້ໜຶ່ງໃນອາທິດຕາມການຕົກລົງກັນຂອງແຮງງານ ແລະ ຜູ້ຈ້າງແຮງງານ, ເຊິ່ງໃນມາດຕາ 115 ຄ່າເຮັດວຽກໃນວັນພັກປະຈຳອາທິດ ແລະ ວັນພັກທາງລັດຖະການ ໄດ້ຈຳກົດໄວ້ວ່າ:

- ຄ່າເຮັດວຽກໃນວັນພັກປະຈຳອາທິດ ແລະ ວັນພັກທາງລັດຖະການ ຈະໄດ້ຮັບເທົ່າກັບສອງ 250% ຂອງຄ່າແຮງງານປົກກະຕິ.

- ຄ່າເຮັດວຽກໃນວັນພັກປະຈຳອາທິດ ແລະ ວັນພັກທາງລັດຖະການນັບແຕ່ເວລາ 16:00 ໂມງ ຫາ 22:00 ໂມງ ຈະໄດ້ຮັບເທົ່າກັບ 300% ຂອງຄ່າແຮງງານປົກກະຕິ.

- ຄ່າເຮັດວຽກເວລາກາງຄືນໃນວັນພັກປະຈຳອາທິດ ແລະ ວັນພັກທາງລັດຖະການ ນັບແຕ່ເວລາ 22:00 ໂມງ ຫາ 06:00 ໂມງເຊົ້າ ຈະໄດ້ຮັບເທົ່າກັບ 350% ຂອງຄ່າແຮງງານປົກກະຕິ.

ວິທີຄິດໄລ່ແມ່ນ ໃຫ້ຄິດໄລ່ດ້ວຍການເອົາເງິນເດືອນ ຫຼື ຄ່າແຮງງານ ຫານໃຫ້ 26 ວັນ, ຈາກນັ້ນຈຶ່ງຫານໃຫ້ 8 ຊົ່ວໂມງ ແລ້ວຄູນໃຫ້ຈຳນວນສ່ວນຮ້ອຍ (%) ແລະ ຄູນໃຫ້ຈຳນວນຊົ່ວໂມງທີ່ເຮັດເພີ່ມນັ້ນ.

ຕົວຢ່າງເຊັ່ນ: ເງິນເດືອນ 2,000,000 ກີບ
ວິທີຄິດໄລ່:
2,000,000/26 ມື້ = 76,923 ກີບ ຕໍ່ມື້
76,923/8 ຊົ່ງໂມງ = 9,615 ກີບ ຕໍ່ຊົ່ວໂມງ

ຖ້າເຮັດວຽກໃນວັນພັກປະຈຳອາທິດ ແລະ ວັນພັກທາງລັດຖະການ ໃຫ້ຄູນ 250% ຫຼື 2.5 ແລະ ຄູນຈຳນວນຊົ່ວໂມງທີ່ເຮັດ ສົມມຸດວ່າ ເຮັດເຕັມ 8 ຊົ່ວໂມງຈະໄດ້
9,615 x 250% x 8 ຊົ່ວໂມງ = 192,307 ກີບ

ຖ້າເຮັດວຽກໃນວັນພັກປະຈຳອາທິດ ແລະ ວັນພັກທາງລັດຖະການ ແຕ່ເວລາ 16:00 ໂມງ ຫາ 22:00 ໂມງ ໃຫ້ຄູນ 300% ຫຼື 3 ໃນສ່ວນນີ້ຈະມີ 6 ຊົ່ວໂມງຈະໄດ້
9,615 x 300% x 6 ຊົ່ວໂມງ = 173,070 ກີບ

ຖ້າເຮັດວຽກໃນວັນພັກປະຈຳອາທິດ ແລະ ວັນພັກທາງລັດຖະການ ແຕ່ເວລາ 22:00 ໂມງ ຫາ 06:00 ໂມງເຊົ້າ ໃຫ້ຄູນ 350% ຫຼື 3.5 ໃນສ່ວນນີ້ຈະມີ 8 ຊົ່ວໂມງ
9,615 x 350% x 8 ຊົ່ວໂມງ = 269,220 ກີບ

(ເຊິ່ງຊົ່ວໂມງທີ່ຈະເອົາມາຄິດໄລ່ ແມ່ນເຮັດເທົ່າໃດຊົ່ວໂມງເອົາເທົ່ານັ້ນມາໄລ່ ບໍ່ແມ່ນຈະເອົາຊົ່ວໂມງເຕັມມາຄິດໄລ່ຕະຫຼອດເວລາ ຄືກັບຕົວຢ່າງຂ້າງເທິງ).


No comments

Powered by Blogger.