ກຸ່ມຄົນຮ້າຍບຸກໂຈມຕີ ມັດສະຢິດໃນເອຢິບ ຕາຍ 235 ຄົນ ແລະ ບາດເຈັບຈຳນວນຫຼາຍ - ອິດສະຫຼະ

ກຸ່ມຄົນຮ້າຍບຸກໂຈມຕີ ມັດສະຢິດໃນເອຢິບ ຕາຍ 235 ຄົນ ແລະ ບາດເຈັບຈຳນວນຫຼາຍ



ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 24 ພະຈິກ 2017 ທີ່ຜ່ານມາວ່າ: ກຸ່ມຄົນຮ້າຍບຸກໂຈມຕີມັດສະຢິດຮໍດາ ຂອງຊາວນິກາຍຊູຟີ ໃນເມືອງບີ ອັນ-ອັບເດີ ແຂວງໄຊນາຍເໜືອ ທາງພາກເໜືອຂອງເອຢິບ ໃນຂະນະທີ່ປະຊາຊົນຈຳນວນຫຼາຍກຳລັງປະກອບພິທີທາງສາສະໜາປະຈຳອາທິດ, ຜູ້ລອດຊີວິດໃນເຫດການເລົ່າຕໍ່ເຈົ້າໜ້າທີ່ວ່າ ກຸ່ມຄົນຮ້າຍບໍ່ຮູ້ຈຳນວນຊັດເຈນ ມີລົດຫຼາຍຄັນເປັນພາຫະນະ ຂັບມາຈອດປິດລ້ອມມັດສະຢິດ ກ່ອນຈະໃຊ້ລະເບີດໂຈມຕີນຳທາງ ແລະ ກາດຍິງໃສ່ຄົນໃນມັດສະຢິດ ເຮັດໃຫ້ເກີດການແຕກຕື່ນໜີຕາຍຢ່າງວຸ້ຍວາຍ.

ສະຖານນີໂທລະພາບແຫ່ງຊາດເອຢິບລາຍງານວ່າ ຕົວເລກຜູ້ເສຍຊີວິດເບື້ອງຕົ້ນມີຢ່າງໜ້ອຍ 235 ຄົນ, ສ່ວນຜູ້ບາດເຈັບຖືກນຳສົ່ງໂຮງໝໍອີກກວ່າ 125 ຄົນ, ພາຍຫຼັງເກີດເຫດຍັງບໍ່ມີກຸ່ມໃດອອກມາປະກາດສະແດງຄວາມຮັບຜິດຊອບວ່າຢູ່ເບື້ອງຫຼັງ ແຕ່ເຈົ້າໜ້າທີ່ເຊື່ອວ່າກຸ່ມຄົນຮ້າຍເປັນແນວຮ່ວມຂອງກຸ່ມ IS ໃນຊີຣີ ແລະ ອິຣັກ ເຊິ່ງທີ່ຜ່ານມາໄດ້ກໍ່ເຫດໂຈມຕີເຈົ້າໜ້າທີ່ຄວາມໝັ້ນຄົງຂອງເອຢິບ ຢູ່ແຫຼມໄຊນາຍຫຼາຍຄັ້ງໃນໄລຍະຫຼາຍປີຫຼ້າສຸດ ເຊິ່ງກຸ່ມ IS ຖືວ່າຊາວນິກາຍຊູຟີ ເປັນກຸ່ມຄົນນອກສາສະໜາ.

ເຫດຄວາມຮຸນແຮງຄັ້ງນີ້ທ່ານ ອັບເດວ ຟັດຕາ ອັນ-ຊິຊີ ປະທານປະເທດເອຢິບ ໄດ້ປະກາດໃຫ້ປະຊາຊົນທົ່ວໄປຮ່ວມອາໄລຕໍ່ຜູ້ເສຍຊີວິດເປັນເວລາ 3 ວັນ ພ້ອມກັບຮຽກປະຊຸມໜ່ວຍງານຄວາມໝັ້ນຄົງແຫ່ງຊາດເປັນວາລະສຸກເສີນ ເພື່ອພິຈາລະນາມາດຕະການຮັບມືກັບສະຖານະການທີ່ເກີດຂຶ້ນ.



No comments

Powered by Blogger.