ເກົາຫຼີເໜືອ-ກູບາ ປະກາດຈຸດຢືນຮ່ວມກັນຄັດຄ້ານນະໂຍບາຍຂອງ ສ.ອາເມຣິກາ - ອິດສະຫຼະ

ເກົາຫຼີເໜືອ-ກູບາ ປະກາດຈຸດຢືນຮ່ວມກັນຄັດຄ້ານນະໂຍບາຍຂອງ ສ.ອາເມຣິກາ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 25 ພະຈິກ 2017 ວ່າ: ທ່ານ ຣູໂນ ໂຣດຼິເກສ ລັດຖະມົບຕີກະຊວງການຕ່າງປະເທດກູບາ ຕ້ອນຮັບທ່ານ ຣີ ຢອງ-ໂຮ ລັດຖະມົນຕີກະຊວງການຕ່າງປະເທດເກົາຫຼີເໜືອ ທີ່ເດີນທາງໄປຢ້ຽມຢາມນະຄອນຫຼວງຮາວານາຂອງກູບາຢ່າງເປັນທາງການ ເມື່ອວັນພະຫັດທີ່ຜ່ານມາ, ໂດຍເຈົ້າໜ້າທີ່ລະດັບສູງສຸດດ້ານນະໂຍບາຍການທູດຂອງທັງສອງປະເທດອອກຖະແຫຼງການຮ່ວມກັນຮຽກຮ້ອງໃຫ້ປະຊາຄົມໂລກມີຄວາມເຄົາລົບຕໍ່ "ອະທິປະໄຕແຫ່ງລັດ" ແລະ ການຍຸດຕິຄວາມຂັດແຍ່ງແບບສັນຕິວິທີ ພ້ອມທັງປະກາດຈຸດຢືນຄັດຄ້ານ "ການໃຊ້ອຳນາດຕາມລຳພັງໃຈ" ຂອງສະຫະລັດ ອາເມຣິກາ ດ້ວຍການດຳເນີນນະໂຍບາຍການທູດແບບ "ບີບບັງຄັບ" ທີ່ລະເມີດກົດໝາຍລະຫວ່າງປະເທດຢ່າງຊັດເຈນ.

ເຊິ່ງທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດປະກາດເມື່ອຕົ້ນອາທິດນີ້ວ່າ ໄດ້ນຳເກົາຫຼີເໜືອກັບຄືນເຂົ້າສູ່ບັນຊີລາຍຊື່ "ລັດສະໜັບສະໜູນການກໍ່ການຮ້າຍ" ເປັນຄັ້ງທີ 2 ໃນຮອບ 9 ປີ ຫຼື ຫຼັງຈາກລັດຖະບານສະຫະລັດໃນສະໄໝການນຳຂອງທ່ານ ຈອດ ດັບເບີຢູ ບູສ ທີ່ໄດ້ຖອນຊື່ເກົາຫຼີເໜືອອອກເມື່ອປີ 2008, ນອກຈາກນີ້ສະຫະລັດ ຍັງໄດ້ເພີ່ມແຮງກົດດັນທາງເສດຖະກິດຕໍ່ເກົາຫຼີເໜືອ ດ້ວຍການຂຶ້ນບັນຊີດຳເຮືອບັນທຸກສິນຄ້າ ແລະ ບໍລິສັດຫຼາຍແຫ່ງທີ່ມີສ່ວນກ່ຽວຂ້ອງກັບໂຄງການພັດທະນານິວເຄຼຍຕາມການກ່າວອ້າງຂອງສະຫະລັດ ໂດຍໃນຈຳນວນນີ້ 3 ແຫ່ງເປັນບໍລິສັດສັນຊາດຈີນ ສ້າງຄວາມບໍ່ພໍໃຈເປັນຢ່າງຍິ່ງໃຫ້ແກ່ລັດຖະບານຈີນ.

ຂະນະດຽວກັນ ລັດຖະບານສະຫະລັດກໍ່ຍັງໄດ້ເພີ່ມແຮງກົດດັນຕໍ່ກູບາຫຼາຍຂຶ້ນຢ່າງຊັດເຈນອີກດ້ວຍ, ໂດຍໄດ້ມີການຟື້ນຟູມາດຕະການຈຳກັດຫຼາຍດ້ານທີ່ຍົກເລີກໄປເມື່ອສະໄໝການເປັນປະທານປະເທດຂອງທ່ານ ບາຣັກ ໂອບາມາ ເຊິ່ງຕ້ອງການຟື້ນຟູຄວາມສຳພັນທີ່ຫ່າງເຫີນກັນດົນກວ່າເຄິ່ງສະຕະວັດກັບກູບາ.

ໃນດ້ານຂອງທ່ານ ນາງ ມາເຣຍ ຊາຄາໂຣວາ ໂຄສົກກະຊວງການຕ່າງປະເທດລັດເຊຍ ກ່າວເຖິງການທີ່ສະຫະລັດຂຶ້ນບັນຊີດຳເກົາຫຼີເໜືອໃຫ້ເປັນລັດສະໜັບສະໜູນການກໍ່ການຮ້າຍໃນຄັ້ງນີ້ວ່າ ຈະຍິ່ງເປັນການເພີ່ມອຸນຫະພູມອັນຮ້ອນແຮງໃຫ້ກັບຄວາມຂັດແຍ່ງຢູ່ແຫຼມເກົາຫຼີ ແລະ ນະໂຍບາຍດັ່ງກ່າວຂອງສະຫະລັດບໍ່ຕ່າງຫຍັງກັບ "ໂຄສະນາຊວນເຊື່ອເພື່ອສ້າງຄວາມຕື່ນຢ້ານ".



No comments

Powered by Blogger.