ອາຊຽນ-ຮອງກົງລົງນາມຂໍ້ຕົກລົງການຄ້າ-ການລົງທຶນເສລີແລ້ວ - ອິດສະຫຼະ

ອາຊຽນ-ຮອງກົງລົງນາມຂໍ້ຕົກລົງການຄ້າ-ການລົງທຶນເສລີແລ້ວ



ສຳນັກຂ່າວຕ່າງປະເທດລາຍງານ 12 ພະຈິກ 2017 ວ່າ: ທ່ານ ເອັດເວິດ ເຢົາ ລັດຖະມົນຕີກະຊວງການຄ້າ ແລະ ການພັດທະນາເສດຖະກິດຮອງກົງກ່າວວ່າ: ການລົງນາມໃນຂໍ້ຕົກລົງການຄ້າ ແລະ ການລົງທຶນເສລີ ພາຍຫຼັງທີ່ໃຊ້ເວລາໃນການເຈລະຈາເກືອບ 3 ປີນັ້ນ ຖືວ່າເປັນການປະກາດຊັດເຈນວ່າ ຮອງກົງ ແລະ ອາຊຽນຕ້ອງການການຄ້າທີ່ເສລີ ແລະ ເປັນທຳ ແລະ ຄາດວ່າຈະມີຜົນບັງຄັບໃຊ້ໄວສຸດແມ່ນເລີ່ມຕັ້ງແຕ່ວັນທີ 1 ມັງກອນ ປີໜ້າ.

ທ່ານ ເອັດເວິດ ກ່າວອີກວ່າ: ໃນທ່າມກາງທີ່ອີກຫຼາຍພູມມິພາກໃນໂລກກຳລັງເກີດກະແສປົກປ້ອງທາງການຄ້າ ຮອງກົງໃນຖານະຜູ້ສົ່ງເສີມການຄ້າເສລີ ແລະ ລະບົບການຄ້າພະຫຸພາຄີທີ່ເຂັ້ມແຂງ ໂດຍຕັ້ງຢູ່ບົນພື້ນຖານຂອງລະບຽບ ຈະເດີນໜ້າຊຸກດັນເລື່ອງນີ້ຢ່າງເຕັມທີ່ຕໍ່ໄປ ໂດຍພາຍໃຕ້ຂໍ້ຕົກລົງງນີ້ອາຊຽນຈະຄ່ອຍໆຫຼຸດອັດຕາພາສີອາກອນສິນຄ້ານຳເຂົ້າຈາກຮອງກົງ ນອກຈາກນີ້ຍັງຈະເປັນປະໂຫຍດຕໍ່ພາກບໍລິໂພກອີກດ້ວຍ ເພາະຈະມີເງິນລົງທຶນໄຫຼວຽກເພີ່ມຂຶ້ນ.

ສະຖິຕິຢ່າງເປັນທາງການລະບຸວ່າ ປີທີ່ຜ່ານມາການຄ້າລະຫວ່າງຮອງກົງ-ອາຊຽນມີມູນຄ່າລວມ 833,000 ລ້ານໂດລາຮອງກົງ ແລະ ການຄ້າພາກບໍລິການມີມູນຄ່າລວມ 121,000 ລ້ານໂດລາຮອງກົງ.

No comments

Powered by Blogger.