ມາເບິ່ງນຳກັນວ່າ "ກົດໝາຍ" ສປປ.ລາວ ໄດ້ກຳນົດ "ສະຫວັດດີການສັດ" ໄວ້ແນວໃດແດ່ - ອິດສະຫຼະ

ມາເບິ່ງນຳກັນວ່າ "ກົດໝາຍ" ສປປ.ລາວ ໄດ້ກຳນົດ "ສະຫວັດດີການສັດ" ໄວ້ແນວໃດແດ່


ພາບປະກອບບົດຄວາມ

ໂດຍອີງຕາມກົດໝາຍວ່າດ້ວຍ ການລ້ຽງສັດ ແລະ ການສັດຕະວະເພດ ສະບັບເລກທີ 08/ສພຊ ລົງວັນທີ 11 ພະຈິກ 2017 ໂດຍໃນໝວດທີ 5 ວ່າດ້ວຍສະຫັວດດີການສັດ ເຊິ່ງໝາຍເຖິງການສ້າງເງື່ອນໄຂເພື່ອໃຫ້ສັດມີຊີວິດຢູ່ໃນສະພາບແວດລ້ອມທີ່ຄ້າຍຄືກັນກັບທຳມະຊາດຂອງສັດ ລວມທັງ ການນຳໃຊ້ແຮງງານສັດ, ການບັນທຸກຂົນສົ່ງສັດ ແລະ ການຂ້າສັດທີ່ບໍ່ເປັນການທໍລະມານ ຫຼື ທາລຸນສັດ ໂດຍໄດ້ກຳນົດໄວ້ວ່າດັ່ງນີ້:

1. ການລ້ຽງສັດທີ່ມີສະຫວັດດີການສັດ: ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ລ້ຽງສັດ ຕ້ອງປະຕິບັດຕາມຫຼັກການລ້ຽງສັດທີ່ມີສະຫວັດດີການສັດທີ່ດີ ໂດຍມີການໃຫ້ອາຫານ ແລະ ນ້ຳດື່ມທີ່ພຽງພໍ, ຖ່າຍເທອາກາດ ແລະ ຄວບຄຸມອຸນຫະພູມ, ແສງສະຫວ່າງ, ຄວາມຊຸ່ມໃຫ້ເໝາະສົມ, ມີຄອກທີ່ບໍ່ແອອັດ ເພື່ອຈຳກັດຄວາມສ່ຽງທີ່ເຮັດໃຫ້ສັດໄດ້ຮັບທາດເບື່ອ ຫຼື ບາດເຈັບ. ນອກຈາກນີ້ຍັງຕ້ອງມີການດູແລສຸຂະພາບ ແລະ ຕິດຕາມສັດເປັນຢ່າງດີ.

2. ການຂົນສົ່ງສັດທີ່ມີສະຫວັດດີການສັດ: ຜູ້ຂົນສົ່ງສັດ ຕ້ອງປະຕິບັດຕາມມາດຕະການເຕັກນິກການຂົນສົ່ງສັດແຕ່ລະປະເພດ ທີ່ກະຊວງກະສິກຳ ແລະ ປ່າມໄມ້ກຳນົດ ເປັນຕົ້ນ ການກະກຽມພາຫານະຂົນສົ່ງ, ການຈັບ, ບັນຈຸ, ບັນທຸກ ແລະ ການຂົນຍ້າຍສັດ ຕ້ອງຫຼີກເວັ້ນການເຮັດໃຫ້ສັດເກີດການຕື່ນຕົກໃຈ, ກະວົນກະວາຍ, ກົດດັນ, ໄດ້ຮັບການທໍລະມານ ແລະ ບາດເຈັບໜ້ອຍທີ່ສຸດ.

3.​ ການຂ້າສັດທີ່ມີສະຫວັດດີການສັດ: ການຂ້າສັດທຸກປະເພດ, ຜູ້ຂ້າສັດ ຕ້ອງປະຕິບັດຕາມຫຼັກການຂ້າສັດທີ່ມີສະຫວັດດີການສັດໃນທຸກຂັ້ນຕອນ ເປັນຕົ້ນ ການພັກສັດຢູ່ໂຮງຂ້າສັດ, ບັງຄັບສັດເຂົ້າຂ້າ, ເຮັດໃຫ້ສັດສະຫຼົບ ແລະ ການເອົາເລືອດອອກດ້ວຍວິທີທີ່ບໍ່ເປັນການທໍລະມານ ຫຼື ທາລຸນສັດ ເປັນຕົ້ນ ການນຳໃຊ້ປືນສະເພາະຂ້າສັດ, ການຊ໋ອດດ້ວຍໄຟຟ້າ, ການຮົມອາຍກາກບໍນິກ ຫຼື ວິທີການສະເພາະທີ່ເຮັດໃຫ້ສັດສະຫຼົບກ່ອນການເຈາະເລືອດອອກ.

ສຳລັບການຂ້າສັດແບບທໍລະມານ ຕາມປະເພນີຂອງບາງຊົນເຜົ່ານັ້ນ ຕ້ອງໄດ້ໂຄສະນາ, ສຶກສາອົບຮົມໃຫ້ມີການຈຳກັດໃຫ້ຫຼຸດໜ້ອຍຖອຍລົງ.

4. ການປະຕິບັດຕໍ່ສັດທົດລອງ ແລະ ສັດລ້ຽງເພື່ອສາທາລະນະປະໂຫຍດ: ສັດທົດລອງ ແລະ ສັດລ້ຽງເພື່ອສາທາລະນະປະໂຫຍດ ຕ້ອງໄດ້ຮັບການປະຕິບັດເປັນຢ່າງດີຕາມຫຼັກການລ້ຽງສັດທີ່ມີສະຫວັດດີການສັດ ແລະ ການຂ້າສັດດັ່ງກ່າວ ຕ້ອງດຳເນີນດ້ວຍວິທີການທີ່ບໍ່ທໍລະມານຕາມລະບຽບການທີ່ກະຊວງກະສິກຳ ແລະ ປ່າໄມ້ກຳນົດ.

5. ການປະຕິບັດຕໍ່ສັດທີ່ບໍ່ມີເຈົ້າຂອງ: ອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ ຕ້ອງກຳນົດລະບຽບການ, ມາດຕະການຄວບຄຸມ ແລະ ດູແລສັດທີ່ບໍ່ມີເຈົ້າຂອງ ພ້ອມທັງໂຄສະນາກ່ຽວກັບຜົນກະທົບຂອງສັດທີ່ບໍ່ມີເຈົ້າຂອງ ເພື່ອໃຫ້ສາທາລະນະຊົນຮັບຊາບ ແລະ ມີສ່ວນຮ່ວມໃນການຈຳກັດຈຳນວນສັດທີ່ບໍ່ມີເຈົ້າຂອງ.

ນອກຈາກນີ້ໃນພາກທີ VII ຂອງກົດໝາຍສະບັບດັ່ງກ່າວຍັງໄດ້ມີການກຳນົດບັນດາຂໍ້ຫ້າມຕ່າງໆ ທີ່ຫ້າມບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງມີພຶດຕິກຳດັ່ງນີ້:

1. ລ້ຽງສັດພາຍໃນບ້ານ, ໃນຕົວເມືອງທີ່ສົ່ງຜົນກະທົບທາງລົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ
2. ປ່ອຍສັດຊະຊາຍໃນເຂດຊຸມຊົນ ໂດຍສະເພາະຢູ່ພາຍໃນບ້ານ, ເທດສະບານ, ນະຄອນ ແລະ ຕາມທາງຫຼວງ
3. ນຳໃຊ້ຢາ, ສານເຄມີ ຫຼື ສານກະຕຸ້ນປະສົມໃສ່ອາຫານສັດ ຫຼື ຜະລິດຕະພັນສັດ ຫຼື ນຳເຂົ້າຮ່າງກາຍສັດທີ່ມີຜົນກະທົບທາງລົບຕໍ່ສັດ, ຜູ້ບໍລິໂພກ ແລະ ສິ່ງແວດລ້ອມ ລວມທັງມີການກະທຳໃດໜຶ່ງ ທີ່ພາໃຫ້ເກີດການລະບາດຂອງພະຍາດສັດ
4. ດຳເນີນທຸລະກິດກ່ຽວກັບການລ້ຽງສັດ ແລະ ສັດຕະວະແພດໂດຍບໍ່ໄດ້ຮັບອະນຸຍາດ ຈາກອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ
5. ນຳເຂົ້າ, ສົ່ງອອກ, ຂົນສົ່ງ ຫຼື ຈຳໜ່າຍຜະລິດຕະພັນສິນຄ້າກ່ຽວກັບສັດທີ່ຕິດ ຫຼື ປົນປື້ອນເຊື້ອພະຍາດສັດທີ່ຈຳເປັນຕ້ອງແຈ້ງ ລວມທັງການນຳເຂົ້າ-ສົ່ງອອກຜ່ານດ່ານຊາຍແດນ ທີ່ບໍ່ໄດ້ກຳນົດໄວ້ໃນໃບອະນຸຍາດ
6. ນຳເຂົ້າ ຫຼື ສົ່ງອອກ ຜະລິດຕະພັນສິນຄ້າກ່ຽວກັບສັດ ຜ່ານດ່ານຊາຍແດນທີ່ບໍ່ໄດ້ກຳນົດໄວ້ໃນໃບອະນຸຍາດ
7. ລັກລອບ ນຳເຂົ້າຜະລິດຕະພັນສັດ ທີ່ບໍ່ໄດ້ຜ່ານການກວດກາ ແລະ ຢັ້ງຢືນຈາກສັດຕະວະແພດ ເປັນຕົ້ນ ຊີ້ນ, ເຄື່ອງໃຈ ແລະ ຊິ້ນສ່ວນອື່ນ ທີ່ເສຍຄຸນ, ບໍ່ໄດ້ມາດຕະຖານ ຫຼື ປະສົມສານເຄມີຕ້ອງຫ້າມ
8. ທໍລະມານສັດ ຫຼື ກະທຳການອື່ນ ທີ່ມີລັກສະນະໂຫດຫ້ຽມ, ທາລຸນ ຫຼື ລະເມີດຕໍ່ຫຼັກການສະຫວັດດີການສັດ
9. ຂ້າ, ຄົວ, ບໍລິໂພກ ແລະ/ຫຼື ຈຳໜ່າຍສັດເຫງົາ, ເຈັບປ່ວຍ ຫຼື ຕາຍໂດຍບໍ່ຮູ້ສາເຫດ ຫຼື ເປັນພະຍາດລະບາດສັດ ຫຼື ມີສານຕົກຄ້າງ
10. ຂ້າ, ຄົວ ສັດເພື່ອຈຳໜ່າຍ ໂດຍບໍ່ໄດ້ຮັບອະນຸຍາດ
11. ຂ້າສັດ ທີ່ຖືພາມານ ເປັນຕົ້ນ ງົວ, ຄວາຍ, ມ້າ ຫຼື ສັດອື່ນທີ່ອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດກຳນົດເປັນສັດສະຫງວນພັນ
12.​ ຂ້າ ແລະ ສົ່ງອອກຊ້າງ ຫຼື ສັດທີ່ໃກ້ຈະສູນພັນ
13. ສົ່ງອອກ ງົວ ແລະ ຄວາຍເພດແມ່ ສາຍພັນພື້ນເມືອງ ຫຼື ສາຍພັນອື່ນທີ່ທາງການປະກາດເປັນສັດສະຫງວນພັນ ໂດຍບໍ່ໄດ້ຮັບອະນຸຍາດຈາກກະຊວງກະສິກຳ ແລະ ປ່າໄມ້
14. ຖິ້ມຊາກ ແລະ ຊິ້ນສ່ວນສັດຕາຍຢ່າງຊະຊາຍ
15. ໃຫ້ຂໍ້ມູນ ຫຼື ສະໜອງຕົວຢ່າງກ່ຽວກັບສັດ, ຜະລິດຕະພັນສັດ ຫຼື ຊິ້ນສ່ວນຕິດພະຍາດສັດທີ່ບໍ່ຖືກຕ້ອງ
16. ຊຸກເຊື່ອງ, ປອມແປງ ຫຼື ທຳລາຍເອກະສານ, ຕາປະທັບ, ເຄື່ອງໝາຍ, ຂໍ້ມູນ ຫຼື ຕົວຢ່າງກ່ຽວກັບສັດ, ຜະລິດຕະພັນສັດ ຫຼື ຊິ້ນສ່ວນຕິດພະຍາດສັດ
17. ໃຫ້ ຫຼື ຮັບສິນບົນ
18. ນາບຂູ່, ກົດໜ່ວງຖ່ວງດຶງ ແລະ ຂັດຂວາງການປະຕິບັດໜ້າທີ່ຂອງພະນັກງານ ແລະ ເຈົ້າໜ້າທີ່ສັດຕະວະແພດ
19. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ

No comments

Powered by Blogger.