ສ.ອາເມຣິກາ ຂູ່ໃຊ້ມາດຕະການກັບລັດຖະບານກຳປູເຈຍ ກໍລະນີສັ່ງຍຸບພັກຝ່າຍຄ້ານ - ອິດສະຫຼະ

ສ.ອາເມຣິກາ ຂູ່ໃຊ້ມາດຕະການກັບລັດຖະບານກຳປູເຈຍ ກໍລະນີສັ່ງຍຸບພັກຝ່າຍຄ້ານ



ສຳນັກຂ່າວຕ່າງປະເທດລາຍງານ 17 ພະຈິກ 2017 ວ່າ: ທຳນຽບຂາວອອກຖະແຫຼງການເມື່ອວັນພະຫັດທີ່ຜ່ານມາ ຮຽກຮ້ອງໃຫ້ລັດຖະບານກຳປູເຈຍຂອງສົມເດັດ ຮຸນເຊນ ຖອດຖອນມາດຕະການທັງໝົດທີ່ໃຊ້ກັບພັກກູ້ຊາດກຳປູເຈຍ (CNRP) ເຊິ່ງເປັນພັກຝ່າຍຄ້ານຫຼັກ ແລະ ລວມເຖິງການປ່ອຍຕົວທ່ານ ເຂັມ ສຸຂາ ຫົວໜ້າພັກ CNRP ທີ່ຖືກຈັບກຸມໄປຕັ້ງແຕ່ເດືອນກັນຍາ ທີ່ຜ່ານມາ ພ້ອມທັງຕ້ອງອະນຸຍາດໃຫ້ພັກຝ່າຍຄ້ານທັງໝົດ ແລະ ພາກປະຊາສັງຄົມສາມາດເຮັດກິດຈະກຳເຄື່ອນໄຫວທາງການເມືອງໄດ້ຕາມກົດໝາຍ.

ຂະນະດຽວກັນ ຖະແຫຼງການຂອງທຳນຽບຂາວຍັງເຕືອນອີກວ່າ: ສະຖານນະການທາງການເມືອງທີ່ເກີດຂຶ້ນໃນກຳປູເຈຍຕອນນີ້ ມີຄວາມສ່ຽງເຮັດໃຫ້ການເລືອກຕັ້ງທົ່ວໄປທີ່ຈະຈັດຂຶ້ນໃນເດືອນກໍລະກົດ ປີໜ້າ ເປັນການເລືອກຕັ້ງທີ່ບໍ່ມີຄວາມເປັນທຳ ແລະ ເປັນກິດຈະກຳທາງການເມືອງທີ່ບໍ່ມີຄວາມໂປ່ງໃສ ພ້ອມທັງເຕືອນວ່າ ສະຫະລັດອາດໃຊ້ "ມາດຕະການທີ່ເຂັ້ມງວດ" ຕໍ່ຄະນະກຳມະການເລືອກຕັ້ງກຳປູເຈຍ, ເຊິ່ງເປັນການເລີ່ມສົ່ງສັນຍານເຕືອນວ່າ ລັດຖະບານສະຫະລັດຈະບໍ່ຍອມຮັບຜົນການເລືອກຕັ້ງທີ່ກຳລັງຈະເກີດຂຶ້ນ ເຊິ່ງຈະຖືເປັນຄັ້ງທຳອິດນັບຕັ້ງແຕ່ ສະຫະປະຊາຊົາດ (UN) ເຂົ້າມາຈັດຕັ້ງການເລືອກຕັ້ງໃຫ້ແກ່ກຳປູເຈຍ ເມື່ອປີ 1993 ຫຼັງຈາກການລົ້ມສະຫຼາຍຂອງລັດຖະບານຂະເມນແດງ ທີ່ພັກປະຊາຊົນກຳປູເຈຍ (CPP) ຈະຊະການເລືອກຕັ້ງໂດຍປາສະຈາກຄູ່ແຂ່ງທາງການເມືອງທີ່ສູສີ, ດ້ານສະຫະພາບເອີຣົບ (EU) ອອກຖະແຫຼງການເຕືອນກຳປູເຈຍວ່າ ການເລືອກຕັ້ງທີ່ມີພັກລັດຖະບານສົ່ງຜູ້ສະໝັກພຽງພັກດຽວ "ບໍ່ຖືເປັນການເລືອກຕັ້ງທີ່ເປັນທຳ".

ທ່າທີດັ່ງກ່າວຂອງສະຫະລັດ ແລະ EU ເກີດຂຶ້ນພຽງບໍ່ພໍເທົ່າໃດຊົ່ວໂມງ ພາຍຫຼັງທີ່ສານໃນນະຄອນຫຼວງພະນົມເປັນມີຄຳຕັດສິນ "ຕາມຄວາມຄາດໝາຍ" ຂອງທຸກຝ່າຍ ໃຫ້ຍຸບພັກ CNRP ແລະ ສະມາຊິກພັກ 118 ຄົນໃຫ້ໝົດສິດໃນການຫຼິ້ນການເມືອງເປັນເວລາ 5 ປີ, ຈາກຄວາມຜິດຖານສະໜັບສະໜູນທ່ານ ເຂັມ ສຸຂາ ຫົວໜ້າພັກ ແລະ ຜູ້ນຳຝ່າຍຄ້ານ "ກໍ່ກະບົດ" ເພື່ອລົ້ມລ້າງອຳນາດລັດຖະບານຂອງສົມເດັດ ຮຸນເຊນ ແລະ ລະບຸວ່າ ເປັນຄວາມພະຍາຍາມກໍ່ຄວາມບໍ່ສະຫງົບໃຫ້ແກ່ປະເທດຊາດໂດຍໄດ້ຮັບການສະໜັບສະໜູນຈາກສະຫະລັດ, ແນ່ນອນວ່າພັກ CNRP ປະຕິເສດທີ່ຈະຮັບຄຳຕັດສິນດັ່ງກ່າວ, ໃນຂະນະທີ່ສົມເດັດ ຮຸນເຊນ ຖະແຫຼງໃນເວລາຕໍ່ມາ ຢືນຢັນຈະຈັດການເລືອກຕັ້ງທົ່ວໄປຕາມກຳນົດເດີມ.



No comments

Powered by Blogger.